(VOVWORLD) -ວັນທີ 18 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ຈະພົບປະກັບທ່ານປະທານປະເທດຈີນ ສີຈີ້ນຜິງ ທີ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຢູ່ຍີ່ປຸ່ນ ໃນທ້າຍເດືອນນີ້
ພ້ອມທັງໃຫ້ຮູ້ວ່າ, ບັນດາການເຈລະຈາດ້ານການຄ້າລະຫວ່າງ 2 ຝ່າຍຈະເລີ່ມດຳເນີນຄືນໃໝ່ກ່ອນຈຸດເວລາດັ່ງກ່າວ.
ທ່ານ D.Trump ຢືນຢັນໃນສື່ສັງຄົມອອນລາຍ Twitter ວ່າ, ໄດ້ມີການໂອ້ລົມທາງໂທລະສັບ “ດີທີ່ສຸດ” ກັບທ່ານປະທານປະເທດຈີນ, ໃນນັ້ນ 2 ຝ່າຍໄດ້ເຫັນດີເລີ່ມດຳເນີນບັນດາວຽກງານກະກຽມຄືນໃໝ່. ທ່ານປະທານາທິບໍດີອາເມລິກາ ກໍ່ຢັ້ງຢືນວ່າ 2 ຝ່າຍຈະມີການພົບປະເປີດກວ້າງໃນອາທິດຈະມາເຖິງຢູ່ຍີ່ປຸ່ນ, ຢູ່ນອກກອງປະຊຸມ G20. ບັນດາຄະນະເຈລະຈາທີ່ຄ້າຍຄືກັນຂອງ 2 ຝ່າຍຈະເລີ່ມເຮັດວຽກພ້ອມກັນກ່ອນທີ່ດຳເນີນການພົບປະ.