ການເຈລະຈາທາງໂທລະສັບ ອາເມລິກາ - ຈີນ ຈະປຶກສາຫາລືບັນຫາ ໄທເປ (ຈີນ) ແລະ ຢູແກຼນ

(VOVWORLD) -ຕາມທ່ານ Kirby ແລ້ວ, ເນື້ອໃນການປຶກສາຫາລືຄາດວ່າລວມມີການຄຸ້ມຄອງການແກ່ງແຍ້ງເສດຖະກິດລະຫວ່າງ 2 ປະເທດ, ຄວາມເຄັ່ງຕຶງປິ່ນອ້ອມບັນຫາ ໄທເປ (ຈີນ) ແລະ ສະພາບການຢູ່ ຢູແກຼນ.
ການເຈລະຈາທາງໂທລະສັບ ອາເມລິກາ - ຈີນ ຈະປຶກສາຫາລືບັນຫາ ໄທເປ (ຈີນ) ແລະ ຢູແກຼນ - ảnh 1ການນຳ ອາເມລິກາ ແລະ ຈີນ ເຈລະຈານຳກັນເມື່ອເດືອນ ພະຈິກ 2021
(ພາບປະກອບ: REUTERS)

ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ, ທ່ານ John Kirby ໃຫ້ຮູ້ວ່າ ຄາດວ່າ, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຈະເຈລະຈາທາງໂທລະສັບໃນວັນທີ 28 ກໍລະກົດ. ນີ້ຈະແມ່ນການເຈລະຈາທາງໂທລະສັບເທື່ອທີ 5 ລະຫວ່າງການນຳ 2 ປະເທດ.

        ຕາມທ່ານ Kirby ແລ້ວ, ເນື້ອໃນການປຶກສາຫາລືຄາດວ່າລວມມີການຄຸ້ມຄອງການແກ່ງແຍ້ງເສດຖະກິດລະຫວ່າງ 2 ປະເທດ, ຄວາມເຄັ່ງຕຶງປິ່ນອ້ອມບັນຫາ ໄທເປ (ຈີນ) ແລະ ສະພາບການຢູ່ ຢູແກຼນ. ໜຶ່ງໃນບັນດາບັນຫາທີ່ໄດ້ຮັບຄວາມສົນໃຈໃນການພົວພັນລະຫວ່າງ 2 ປະເທດໃນປະຈຸບັນແມ່ນ ຄວາມສາມາດທີ່ວ່າ ວໍຊິງຕັນ ຈະຍົກເລີກພາສີສ່ວນໜຶ່ງສຳລັບສິນຄ້າທີ່ນຳເຂົ້າຈາກ ຈີນ. ເຖິງຢ່າງໃດກໍ່ຕາມ, ທ່ານ Kirby ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Biden ຍັງບໍ່ທັນຍົກອອກຂໍ້ຕົກລົງສຸດທ້າຍກ່ຽວກັບບັນຫາດັ່ງກ່າວ.

        ການເຈລະຈາຖືກດຳເນີນໃນສະພາບທີ່ ຈີນ ສືບຕໍ່ມີການກ່າວເຕືອນສຳລັບອຳນາດການປົກຄອງຂອງທ່ານປະທານາທິບໍດີ Biden ກ່ຽວກັບເລື່ອງ ທ່ານນາງປະທານສະພາຕ່ຳ ອາເມລິກາ Nancy Pelosi ອາດຈະໄປຢ້ຽມຢາມ ໄທເປ (ຈີນ).

ຕອບກັບ

ຂ່າວ/ບົດ​ອື່ນ