ການເຈລະຈາປ້ອງກັນຊາດລະຫວ່າງຍີປຸ່ນ-ອາເມລິກາ-ສເກົາຫຼີກ່ຽວກັບຄວາມໝັ້ນຄົງຢູ່ທະເລຮວາຕຸງ ແລະ ທະເລຕາເວັນອອກ

(VOVWORLD) -ວັນທີ 13 ພຶດສະພາ, ການເຈລະຈາຂັ້ນນັກວິຊາການກ່ຽວກັບການປ້ອງກັນຊາດລະຫວ່າງຍີປຸ່ນ-ອາເມລິກາ-ສເກົາຫຼີ ໄດ້ຖືກຈັດຂຶ້ນຕາມຮູບການອອນລາຍ.
ການເຈລະຈາປ້ອງກັນຊາດລະຫວ່າງຍີປຸ່ນ-ອາເມລິກາ-ສເກົາຫຼີກ່ຽວກັບຄວາມໝັ້ນຄົງຢູ່ທະເລຮວາຕຸງ ແລະ ທະເລຕາເວັນອອກ - ảnh 1

    ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ປຶກສາຫາລືກ່ຽວກັບການຕ້ານໂລກລະບາດໂຄວິດ- 19, ການຮັບມືກັບການຂະຫຍາຍອາວຸດນິວເຄຼຍຂອງ ສ.ປ.ປ.ເກົາຫຼີ.

       ບັນຫາຈີນພວມເພີ່ມທະວີການເຄື່ອນໄຫວຢູ່ເຂດທະເລຕາເວັນອອກ ແລະ ຮວາຕຸງ ກໍຖືກນຳມາປຶກສາຫາລືທີ່ການເຈລະຈາຄັ້ງນີ້. ຝ່າຍຍີປຸ່ນໄດ້ສ່ອງແສງກ່ຽວກັບເລື່ອງກຳປັ່ນຕຳຫຼວດຈີນລ່ວງລ້ຳເຂດນ່ານນ້ຳຂອງຍີປຸ່ນຫຼາຍເທື່ອ, ລະອຽດແມ່ນບໍລິເວນໝູ່ເກາະ ແຊນກາກື/ຕຽວອີ ທີ່ຂຶ້ນກັບແຂວງໂອກີນາວາ. ຍີປຸ່ນຖືວ່າ ນີ້ແມ່ນກະທຳທີ່ບໍ່ອາດຮັບຮູ້ໄດ້.      

 ກ່ຽວຂ້ອງເຖິງບັນຫາຂະຫຍາຍນິວເຄຼຍ, ພິເສດແມ່ນບັນດາກໍລະນີຍິງລູກສອນໄຟນຳວິຖີທີ່ມີແນວໂນ້ມເພີ່ມທະວີຂຶ້ນໃນມໍ່ໆມານີ້ຂອງ ສ.ປ.ປ.ເກົາຫຼີ, ບັນດາຝ່າຍຖືວ່າ ການກະທຳຂອງ ສ.ປ.ປ.ເກົາຫຼີແມ່ນລະເມີດມະຕິຂອງສະພາຄວາມໝັ້ນຄົງແຫ່ງ ສ.ປ.ຊ.

ຕອບກັບ

ຂ່າວ/ບົດ​ອື່ນ