(VOVWORLD) - ການເຈລະຈາ ອາຊຽນ - ນິວຊີແລນ ປະຈຳປີຄັ້ງທີ 27 ໄດ້ດຳເນີນໃນລະຫວ່າງວັນທີ 20 – 21 ກຸມພາ 2020 ຢູ່ ກຳປູເຈຍ ໂດຍມີການເຂົ້າຮ່ວມຂອງບັນດາປະເທດ ສະມາຊິກ ອາຊຽນ ແລະ ນິວຊີແລນ.
ບັນດາຫົວໜ້າຄະນະຖ່າຍຮູບລວມ (ພາບ: TTXVN) |
ນິວຊີແລນ ໄດ້ຢັ້ງຢືນເຖິງການສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ໃນພາກພື້ນ, ຕີລາຄາສູງເອກະສານ ທັດສະນະຂອງ ອາຊຽນ ກ່ຽວກັບມະຫາສະມຸດອິນເດຍ - ປາຊີຟິກ, ສະເໜີໃຫ້ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື ຄວາມໝັ້ນຄົງ, ເສດຖະກິດ, ປະຊາຊົນ ແລະ ສິ່ງແວດລ້ອມ. ໃນນັ້ນ, ສຸມໃສ່ຮ່ວມມືຕ້ານອາດຊະຍາກຳຂ້າມຊາດ ແລະ ຄວາມໝັ້ນຄົງຢູ່ເຂດຊາຍແດນ, ສ້າງສັນຍາການບໍລິການທາງການບິນລະຫວ່າງ ອາຊຽນ - ນິວຊີແລນໃຫ້ສົມບູນແບບ, ຮ່ວມມືສ້າງສະພາບແວດລ້ອມ ແລະ ກະສິກຳແບບຍືນຍົງ, ຄຸ້ມຄອງແຫຼ່ງແມ່ນ້ຳຂອງ, ໜູ່ນຊ່ວຍການສ້າງກຳລັງຄວາມສາມາດຜ່ານບັນດາໂຄງການບຳລຸງສ້າງ ແລະ ສະໜອງທຶນການສຶກສາໃຫ້ແກ່ບັນດາປະເທດ ອາຊຽນ.
ເມື່ອແລກປ່ຽນ ກ່ຽວກັບສະພາບການຢູ່ ສາກົນ ແລະ ພາກພື້ນ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງ ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເສລີໃນການ ເດີນເຮືອ ແລະ ການບິນ ຢູ່ ທະເລຕາເວັນອອກ, ການປະຕິບັດ DOCຢ່າງເຂັ້ມງວດ ແລະ ຄົບຖ້ວນ, ຕັ້ງໜ້າເຈລະຈາສ້າງ COC ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.