(vovworld) - ການເຈລະຈາລະຫວ່າງຫວຽດນາມ-ໂມຊຳບິກ ຖືກດຳເນີນໄປໃນວັນທີ 30/07, ຢູ່ນະຄອນຫຼວງ Maputo, ລະຫວ່າງຄະນະຜູ້ແທນຂັ້ນສູງລັດຖະບານໂມຊຳບິກ ໂດຍທ່ານນາຍົກລັດຖະມົນຕີ Carlos Agostinho do Rosaria ນຳໜ້າ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ເປັນຫົວໜ້າຄະນະ. 2 ຝ່າຍໄດ້ເຫັນດີຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງ, ເພີ່ມທະວີການສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສ ແລະ ອົງການຈັດຕັ້ງສາກົນ. 2 ຝ່າຍກໍປຶກສາຫາລືກ່ຽວກັບບາງທິດທາງຮ່ວມມືໃໝ່ຄື: ເຕື່ອນໄພທຳມະຊາດ, ຄຸ້ມຄອງຄົມມະນາຄົມ… ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ໜູນຊ່ວຍໂມຊຳບິກ ບຳລຸງສ້າງຖັນແຖວພະນັກງານເຕັກນິກ, ໜູນຊ່ວຍການແບ່ງປັນບົດຮຽນ ແລະ ເຕັກນິກໃນບັນດາຂົງເຂດເຊິ່ງຫວຽດນາມ ທີທ່າແຮງຄື: ກະສິກຳ, ຂຸດຄົ້ນນ້ຳມັນອາຍແກັດ, ໂທລະຄົມມະນາຄົມ…
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ໂມຊຳບິກ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ຍັງໄດ້ໃຫ້ການຕ້ອນຮັບລັດຖະມົນຕີ, ລັດຖະມົນຕີຊ່ວຍວ່າການກະຊວງຕ່າງໆ, ເຮັດວຽກກັບພັກແນວໂຮມປົດປ່ອຍຊາດໂມຊຳບິກ (Frelimo) ທີ່ສຳນັກງານຂອງພັກ ຢູ່ນະຄອນຫຼວງ Maputo.