ການເຈລະຈາລະຫວ່າງອີຢູ,ຍີ່ປຸ່ນກັບອາເມລິກາກ່ຽວກັບພາສີເຫຼັກກ້າ,ອາລູມີນຽມ ຕົກເຂົ້າສູ່ສະພາບບໍ່ມີທາງອອກ

(VOVWORLD) -ວັນທີ 10 ມີນາ, ທ່ານນາງ Cecilia Malmstroem, ກຳມະການຜູ້ຮັບຜິດຊອບບັນຫາການຄ້າຂອງສະຫະພາບເອີລົບ (ອີຢູ) ໃຫ້ຮູ້ວ່າ

ການເຈລະຈາລະຫວ່າງອີຢູ,ຍີ່ປຸ່ນກັບອາເມລິກາກ່ຽວກັບພາສີເຫຼັກກ້າ,ອາລູມີນຽມ ຕົກເຂົ້າສູ່ສະພາບບໍ່ມີທາງອອກ - ảnh 1 ການເຈລະຈາລະຫວ່າງອີຢູ, ຍີ່ປຸ່ນກັບອາເມລິກາກ່ຽວກັບພາສີເຫຼັກກ້າ, ອາລູມີນຽມ ຕົກເຂົ້າສູ່ສະພາບບໍ່ມີທາງອອກ

(ພາບ: VTV)

ອາເມລິກາ ບໍ່ເຮັດແຈ້ງກ່ຽວກັບເລື່ອງ ອີຢູ ແລະ ຍີ່ປຸ່ນ ສາມາດໄດ້ຍົກເລີກບັນດາມາດຕະການຈັດວາງພາສີໃໝ່ຂອງວໍຊິງຕັນ ສຳລັບບັນດາຜະລິດຕະພັນເຫຼັກກ້າ ແລະ ອາລູມີນຽມ ນຳເຂົ້າ.

        ແຈ້ງການດັ່ງກ່າວໄດ້ຍົກອອກມາ ພາຍຫຼັງການພົບປະ 3 ຝ່າຍລະຫວ່າງທ່ານນາງ Cecilia ກັບຜູ້ຕາງໜ້າການຄ້າອາເມລິກາ ທ່ານ Robert Lighthizer ແລະ ທ່ານລັດຖະມົນຕີກະຊວງເສດຖະກິດຍີ່ປຸ່ນ Hiroshige Seko ຢູ່ບຣຸກແຊນ ໃນວັນດຽວກັນ. ທ່ານນາງ Cecilia ຊີ້ແຈ້ງວ່າ, ອີຢູ ບໍ່ບັນລຸໄດ້ຄວາມເພິງພໍໃຈກ່ຽວກັບຄຳຮຽກຮ້ອງຍົກເລີກພາສີນຳເຂົ້າໃໝ່ຂອງອາເມລິກາ ທີ່ຈັດວາງສຳລັບບັນດາຜະລິດຕະພັນເຫຼັກກ້າ ແລະ ອາລູມີນຽມ.

        ປະຈຸບັນ, ອາເມລິກາ ຍັງບໍ່ທັນເຮັດແຈ້ງກ່ຽວກັບຂັ້ນຕອນຍົກເລີກພາສີລະອຽດ, ແຕ່ການເຈລະຈາຈະສືບຕໍ່ດຳເນີນໃນອາທິດໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ