ການເຈລະຈາສັນຍາ ຄູ່ຮ່ວມມືເສດຖະກິດຂ້າມ ປາຊີຟິກ (TPP) ຈະຈັດຂຶ້ນ ຢູ່ຮ່າໂນ້ຍ

ການເຈລະຈາສັນຍາ ຄູ່ຮ່ວມມືເສດຖະກິດຂ້າມ ປາຊີຟິກ (TPP) ຈະຈັດຂຶ້ນ ຢູ່ຮ່າໂນ້ຍ - ảnh 1
(ພາບປະກອບ)

(vovworld) – ​​​​​ໃນ​ລະຫວ່າງ​ວັນ​ທີ 01 – 10/09 ຈະ​ມາ​ເຖິງ​ຢູ່​ຮ່າ​ໂນ້ຍ, ຈະ​ດຳ​ເນີນການ​ເຈລະຈາ​ຂັ້ນ​ຫົວ​ໜ້າຄະນະ​ເຈລະຈາສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ​ປາຊີ​ຟິກ (TPP). ​ເຂົ້າ​ຮ່ວມ​ການ​ເຈລະຈາ, ນອກຈາກ​ຄະນະ​ຜູ້​ແທນ​ຫວຽດນາມ, ຈະ​ມີ​ຜູ້ຕາງໜ້າ 400 ຄົນ​ທີ່​ມາ​ຈາກ 11 ປະ​ເທດ​ສະມາຊິກ​ອີກ​ດ້ວຍ ​ເຊິ່ງລວມມີ (ອົດສຕາ​ລີ, ບຣຸ​ໄນ, ກາ​ນາ​ດາ, ຈີ​ເລ, ຍີ່ປຸ່ນ, ມາ​ເລ​ເຊຍ, ​​ເມັກ​ຊີ​ໂກ, ນິວຊີ​ແລນ, ​ເປຣູ, ສິກະ​ໂປ, ອາ​ເມ​ລິ​ກາ). ທີ່​ການ​ເຈລະຈາ​ທີ່ຈະ​ມາ​ເຖິງ, ບັນດາ​ຄະນະ​ຜູ້​ແທນ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຂ້າງ​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ສຳ​ພັດ​ຕະຫຼາດ​ສິນຄ້າ ​ແລະ ການ​ບໍລິການ, ສິດ​ຊັບ​ສິນ​ທາງ​ປັນຍາ, ການ​ລົງທຶນ, ສິ່ງ​ແວດ​ລ້ອມ… ການ​ເຈລະຈາ​ຄັ້ງ​ນີ້, ຫວັງ​ວ່າ​ຈະ​ບັນລຸ​ໄດ້​ບັນດາ​ບາດກ້າວ​ບຸກທະລຸ​ເພື່ອ​ສ້າງ​ບາດກ້າວ​ໃຫ້​ສຳ​ເລັດ​ການ​ເຈລະຈາ. ຄະນະ​ຜູ້​ແທນ​ຫວຽດນາມ ກໍ່​ພວມ​ມານະ​ພະຍາຍາມ​ກະ​ກຽມ​ເພື່ອ​​ໃຫ້ການ​ເຈລະຈາ​ບັນລຸ​ໄດ້ຜົນ​ງານ​ຕາມ​ທິດ​ນີ້.

        TPP ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນສັນຍາ​ທີ່​ມີ​ຄຸນ​ນະພາ​ບສູງ ​ແລະ ຮອບດ້ານ.ຄຽງ​ຂ້າງ​ເລື່ອງ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເປັນ​ມູນ​ເຊື້ອ​ຄື ຫັນ​ການ​ການ​ຄ້າ, ການ​ບໍລິການ ​ແລະ ການ​ລົງທຶນ​ເປັນ​ເສລີ, TPP ຍັງ​ເຕື້ອງ​ເຖິງ​ບັນດາ​ຂົງ​ເຂດ​ໃໝ່, ສຳຄັນ​ຄື ສິດ​ຊັບ​ສິນ​ທາງປັນຍາ, ນະ​ໂຍບາຍ​ແກ່ງ​ແຍ່ງ, ລັດ​ວິ​ສາ​ຫະກິດ, ການ​ຊື້​ປະກອບຂອງ​ລັດຖະບານ, ​ແຮງ​ງານ ​ແລະ ສິ່ງ​ແວດ​ລ້ອມ. ຕາມ​ການສະຖິຕິ, 12 ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະຈາ TPP ​ແມ່ນ​ຕະຫຼາດ​ໃຫຍ່, ກວມ​ເກືອບ 40% GDP ​ແລະ ປະມານ 1/3 ການ​ຄ້າ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ