ທ່ານ Staffan de Mistura, ທູດພິເສດ ສປຊ ກ່ຽວກັບ ຊີຣີ
(ພາບ: AFP/TTXVN)
|
(vovworld) – ວັນທີ 25/2, ທູດພິເສດ ສປຊ ກ່ຽວກັບ ຊີຣີ ທ່ານ Staffan de Mistura ໄດ້ປະກາດກອງປະຊຸມສາກົນກ່ຽວກັບ ຊີຣີ ຄາດວ່າຈະຈັດຕັ້ງໃນວັນດຽວກັນຢູ່ ເຊີແນວ (ປະເທດສະວິດ) ພາຍໃຕ້ການອຸປະຖຳຂອງ ສປຊ ທີ່ຖືກໂຈະໄວ້. ກ່າວຄຳເຫັນທີ່ສຳນັກງານ ສປຊ ຢູ່ ເຊີແນວ, ທ່ານທູດພິເສດ Mistura ຖືວ່າ: ຂໍ້ຕົກລົງຢຸດຍິງຢູ່ ຊີຣີ ເຊິ່ງ ລັດເຊຍ ແລະ ອາເມລິກາ ຫາກໍ່ປະກາດ ເປັນຂີດໝາຍບາດກ້າວສຳຄັນຊ່ວຍເປີດຊ່ອງທາງໃຫ້ບັນດາການເຄື່ອນໄຫວມະນຸດສະທຳ ແລະ ມຸ່ງໄປເຖິງການເຕົ້າໂຮມຮອບເຈລະຈາສັນຕິພາບໃໝ່ໃນອາທິດຈະມາເຖິງເພື່ອແນໃສ່ຊອກຫາມາດຕະການດ້ານການເມືອງໃຫ້ແກ່ວິກິດການທີ່ແກ່ຍາວເປັນເວລາເກືອບ 5 ປີ ຜ່ານມາຢູ່ ຊີຣີ. ທ່ານ Mistura ໃຫ້ຮູ້ວ່າ: ຈະມີການປະຊຸມຂ່າວໃນເວລາ 22 ໂມງ ວັນທີ 26/2 ເພື່ອສະໜອງຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງການເຊື່ອມຕໍ່ການເຈລະຈາສັນຕິພາບ ກ່ຽວກັບ ຊີຣີ ຄືນໃໝ່. ຕາມທ່ານແລ້ວ, ບັນດາຝ່າຍ ທີ່ກ່ຽວຂ້ອງຢູ່ ຊີຣີ ມີເວລາເຄິ່ງວັນ ເພື່ອເຂົ້າຮ່ວມຂໍ້ຕົກລົງຢຸດຍິງໂດຍ ລັດເຊຍ ແລະ ອາເມລິກາ ເປັນກາງ. ຫຼັງຈາກນັ້ນ, 17 ປະເທດທີ່ຂຶ້ນກັບ “ກຸ່ມສາກົນໜູນຊ່ວຍ ຊີຣີ” ຈະໂຮມປະຊຸມເພື່ອປຶກສາຫາລືຂໍ້ຕົກລົງຢຸດຍິງຢ່າງລະອຽດ. ຄາດວ່າ, ຂໍ້ຕົກລົງນີ້ໂດຍສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາ ແລະ ເປີດຊ່ອງທາງໃຫ້ແກ່ການ “ຢຸດຕິບັນດາການກະທຳທີ່ເປັນປໍລະປັກ” ລະຫວ່າງບັນດາຝ່າຍ, ເລີ່ມມີຜົນສັກສິດນັບແຕ່ທ່ຽງຄືນວັນທີ 26/2 ຕາມເວລາທ້ອງຖິ່ນ.