ການເຈລະຈາຮອບທີ 12 ກຸ່ມປະຕິບັດງານກ່ຽວກັບການຮ່ວມມືໃນຂົງເຂດມີຄວາມສະດຸ້ງໄວເລັກນ້ອຍຢູ່ບົນທະເລຫວຽດນາມ-ຈີນ

(VOVWORLD) -ໃນລະຫວ່າງວັນທີ 05 - 06 ທັນວາ, ຢູ່ກວາງຕຸງ, ປະເທດຈີນ, ໄດ້ດຳເນີນການເຈລະຈາຮອບທີ 12 ກຸ່ມປະຕິບັດງານກ່ຽວກັບການຮ່ວມມືໃນຂົງເຂດມີຄວາມສະດຸ້ງໄວເລກນ້ອຍຢູ່ທະເລຫວຽດນາມ - ຈີນ.

ຫົວໜ້າກຸ່ມປະຕິບັດງານຝ່າຍຫວຽດນາມ ແມ່ນທ່ານ ຫງວຽນແມ້ງດົງ, ຫົວໜ້າກົມທະເລ, ຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດຫວຽດນາມ. ສ່ວນຫົວໜ້າກຸ່ມປະຕິບັດງານຝ່າຍຈີນ ແມ່ນທ່ານ ໝາຢາເອົາ, ທີ່ປຶກສາຂັ້ນສູງບັນດາເຫດການຊາຍແດນ, ກະຊວງການຕ່າງປະເທດຈີນ.

        ທີ່ການເຈລະຈາ, 2 ປະເທດໄດ້ສະຫຼຸບສະພາບການຜັນຂະຫຍາຍບັນດາໂຄງການທີ່ໄດ້ລົງນາມໃນຮອບເຈລະຈາທີ 11 ມາຮອດປະຈຸບັນ ແລະ ຕັ້ງໜ້າແລກປ່ຽນຄຳເຫັນກ່ຽວກັບບັນດາໂຄງການຮ່ວມມືໃໝ່. 2 ຝ່າຍສືບຕໍ່ແລກປ່ຽນຄຳເຫັນເພື່ອແນໃສ່ຊຸກຍູ້ການລົງນາມໃນ “ຂໍ້ຕົກລົງຮ່ວມມືກູ້ໄພກູ້ຊີບຢູ່ທະເລຫວຽດນາມ - ຈີນ”, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືກ່ຽວຂ້ອງເຖິງການລົງນາມໃນ “ຂໍ້ຕົກລົງວ່າດ້ວຍການສ້າງໂທລະສັບສາຍດ່ວນກ່ຽວກັບບັນດາບັນຫາທີ່ເກີດຂຶ້ນໂດຍບັງເອີນໃນການເຄື່ອນໄຫວຫາປາຢູ່ທະເລ”. 2 ຝ່າຍໄດ້ເນັ້ນໜັກເຖິງການຮ່ວມມື ຄວນດຳເນີນບົນພື້ນຖານຄວາມຮັບຮູ້ລວມ, ບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດ, ເໝາະສົມກັບກົດໝາຍສາກົນ ບົນຈິດໃຈຍຸຕິທຳ, ເຄົາລົບເຊິ່ງກັນ ແລະ ກັນ, ສະເໝີພາບ, ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ… 2 ຝ່າຍໄດ້ເຫັນດີຈັດຕັ້ງການເຈລະຈາຮອບທີ 13 ກຸ່ມປະຕິບັດງານກ່ຽວກັບການຮ່ວມມືໃນຂົງເຂດມີຄວາມສະດຸ້ງໄວເລັກນ້ອຍຢູ່ທະເລຫວຽດນາມ-ຈີນ ຈະໄດ້ຈັດຕັ້ງໃນເດືອນ ມິຖຸນາ 2019 ຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ