(VOVWORLD) - ຍອດຜະລິດຕະພັນໃນບໍລິເວນນະຄອນ (GRDP) 10 ເດືອນຂອງປີ 2022 ຄາດວ່າເຕີບໂຕ 9,97%. ດັ່ງນັ້ນ, ໃນປີ 2022, ຄາດວ່າ, GRDP ຂອງນະຄອນໄດ້ເຕີບໂຕປະມານ 9,4%...
ນະຄອນ ໂຮ່ຈີມິນ ສັງເກດຈາກທາງໄກ |
ຕອນບ່າຍວັນທີ 1 ພະຈິກ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງວາລະປະຊຸມກ່ຽວກັບສະພາບການເສດຖະກິດ - ສັງຄົມເດືອນຕຸລາ, 10 ເດືອນຕົ້ນປີ 2022; ໜ້າທີ່, ມາດຕະການເດືອນພະຈິກ ປີ 2022. ຕາມຕົວເລກສະຖິຕິຂອງພະແນກແຜນການ ແລະ ການລົງທຶນນະຄອນແລ້ວ, ການເຄື່ອນໄຫວການຄ້າ - ການບໍລິການເດືອນ ຕຸລາ ໃນບໍລິເວນນະຄອນຮັກສາຢູ່ໃນລະດັບປົກກະຕິ, ສືບຕໍ່ທ່າຟື້ນຟູແຕ່ຕົ້ນປີ; ຍອດມູນຄ່າສິນຄ້າຂາຍຍ່ອຍ ແລະ ລາຍຮັບຈາກການບໍລິການ, ການໃຊ້ສອຍຂອງນະຄອນຄາດວ່າບັນລຸປະມານກ່ວາ 3,8 ຕື້ USD, ຍອດວົງເງິນສົ່ງອອກຂອງວິສາຫະກິດນະຄອນຜ່ານບັນດາດ່ານຊາຍແດນຂອງທົ່ວປະເທດຄາດວ່າບັນລຸກ່ວາ 4,1 ຕື້ USD, ລ້ວນແຕ່ຢັ້ງຢືນລະດັບ
ຍອດຜະລິດຕະພັນໃນບໍລິເວນນະຄອນ (GRDP) 10 ເດືອນຕົ້ນປີ 2022 ຄາດວ່າເຕີບໂຕ 9,97%. ດັ່ງນັ້ນ, ໃນປີ 2022, ຄາດວ່າ, GRDP ຂອງນະຄອນໄດ້ເຕີບໂຕປະມານ 9,4%, ສູງກ່ວາຫຼາຍເມື່ອທຽບໃສ່ເປົ້າໝາຍທີ່ວາງອອກໃນຕົ້ນປີ (ແມ່ນເພີ່ມແຕ່ 6 – 6,5%).
ທ່ານ ຟານວັນໝາຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ:
“ພວກເຮົາແກ້ໄຂບັນດາສິ່ງຄົງຄ້າງ, ປົດປ່ອຍກຳລັງພາຍໃນເພື່ອສ້າງການພັດທະນາໃນເງື່ອນໄຂບັນດາຜົນສະທ້ອນຈາກພາຍນອກຍັງຫຍຸ້ງຍາກ. ພວກເຮົາສຸມໃສ່ປະຕິບັດບັນດາໜ້າທີ່ຍັງເຫຼືອຂອງປີ, ສ້າງແຜນການປີໜ້າໃຫ້ເປັນຢ່າງດີ, ຖືນັ້ນແມ່ນທ່ວງທ່າເພື່ອໃຫ້ນະຄອນອາດຈະເພີ່ມລະດັບການພັດທະນາ”.