ການປະຊຸມຂ່າວນັດສາມັນຂອງລັດຖະບານ
(ພາບ: VGP)
(vovworld)
- ການເຕີບໂຕເສດຖະກິດຂອງຫວຽດນາມໃນໄຕມາດ1ມີຄວາມເປັນປົກກະຕິ, ນີ້ແມ່ນຄຳຢືນຢັນຂອງທ່ານ ດາວກວາງທູ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທີ່ການປະຊຸມຂ່າວນັດສາມັນຂອງລັດຖະບານໃນຕອນບ່າຍວັນທີ 3/4. ຕາມທ່ານຮອງລັດຖະມົນຕີ ດາວກວາງທູ ແລ້ວ, ເຖິງວ່າ ຂໍ້ມູນສະຖິຕິການເຕີບໂຕເສດຖະກິດໄຕມາດ 1 ບັນລຸພຽງ 5,1%, ຕຳ່ກວ່າໄລຍະດຽວກັນຂອງປີກາຍ (5,46%), ແຕ່ທາດແທ້ເສດຖະກິດຂອງການເຕີບໂຕໃນໄຕມາດ 1/2017 ນັ້ນ ລະດັບເຕີບໂຕນີ້ແມ່ນມີຄວາມເປັນປົກກະຕິ. ທ່ານຮອງລັດຖະມົນຕີ ດາວກວາງທູ ກ່າວວ່າ:
“ໃນໄຕມາດ 1 ສະພາບແວດລ້ອມດ້ານເສດຖະກິດມະຫາພາກສືບຕໍ່ມີຄວາມເປັນປົກກະຕິ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດສືບຕໍ່ໄດ້ຮັບປະກັນ, ພິເສດແມ່ນຄວາມດຸ່ນດ່ຽງກ່ຽວກັບການເງິນງົບປະມານ. ເຖິງວ່າ ລະດັບສະເລ່ຍຂອງໄພເງິນເຟີ້ຍັງສູງກວ່າລະດັບໂດຍສະພາແຫ່ງຊາດກຳນົດກໍຕາມ ແຕ່ໄພເງິນເຟີ້ໃນໄຕມາດ 1 ຕົ້ນຕໍແມ່ນຍ້ອນຄວາມເປັນເຈົ້າການໃນການເພີ່ມລາຄາບໍລິການສາທາລະນະສຸກ ແລະ ການສຶກສາໃນເດືອນ 3.”
ໃນຂະນະນັ້ນ, ທ່ານ ມາຍຕຽນຢູງ, ລັດຖະມົນຕີ, ຫົວຫນ້າຫ້ອງວ່າການລັດຖະບານ ໃຫ້ຮູ້ວ່າ: ແຜນນະໂຍບາຍຂອງທ່ານນາຍົກລັດຖະມົນຕີ ແມ່ນການເຕີບໂຕແບບຍືນຍົງ. ໃນໄລຍະຈະມາເຖິງ, ການບໍລິຫານຂອງລັດຖະບານແມ່ນສຸມໃສ່ຢູ່ໃນບາງຂົງເຂດ:
“ພວກເຮົາຕ້ອງຍູ້ແຮງການພັດທະນາບັນດາຂົງເຂດອື່ນຄື: ພັດທະນາການຜະລິດອຸດສາຫະກຳ, ອຸດສາຫະກຳຫນູນຊ່ວຍ, ຍູ້ແຮງການພັດທະນາກະສິກຳເຕັກໂນໂລຊີສູງ, ລັດຖະບານ ພວມປະຕິບັດຢ່າງຂ້ຽວຂາດໃນການແກ້ໄຂຫນີ້ເສຍ, ແກ້ໄຂເລື່ອງບັນດາທະນາຄານອ່ອນດ້ອຍ. ລັດຖະບານໄດ້ສ້າງຕັ້ງຄະນະຮັບຜິດຊອບການສ້າງໂຄງປະກອບລະບົບທະນາຄານຄືນໃຫມ່. ໃນໄລຍະປະຈຸບັນ, ຕ້ອງເອົາໃຈໃສ່ທີ່ສຸດເຖິງການພັດທະນາເສດຖະກິດພາກເອກະຊົນ ເພາະວ່າ ເສດຖະກິດພາກເອກະຊົນແມ່ນກຳລັງຫນູນຂອງພື້ນຖານເສດຖະກິດ.”