ການ​ເປີດ​ນຳ​ໃຊ້​ສູນ​ຄົ້ນ​ຄວ້າ ຫວຽດ​ນາມ ແຫ່ງ​ທຳ​ອິດ​ ຢູ່​ປະ​ເທດ ໄທ

(VOVWORLD) - ສູນຄົ້ນຄວ້າ ຫວຽດນາມ ແຫ່ງທຳອິດ ຢູ່ປະເທດ ໄທ (ຫຼືຍັງເອີ້ນວ່າ ສູນ ຫວຽດນາມ ວິທະຍາ) ໄດ້ເປີດຕົວນຳເຂົ້າໃຊ້ງານແຕ່ວັນທີ 1 ພະຈິກ, ຢູ່ແຂວງ ອຸດອນ ທານີ, ທາງຕາເວັນອອກສ່ຽງເໜືອ ຂອງ ໄທ. 
ການ​ເປີດ​ນຳ​ໃຊ້​ສູນ​ຄົ້ນ​ຄວ້າ ຫວຽດ​ນາມ ແຫ່ງ​ທຳ​ອິດ​ ຢູ່​ປະ​ເທດ ໄທ - ảnh 1ທ່ານເອກອັກຄະລັດຖະທູດ ຟານຈີແທັ່ງ ແລະ ສະຖາບັນ ລາດຊະພັດ ອຸດອນທານີ, ທ່ານນາງ Khanisara Thansunthornsakun (ພາບ: VOV)

ນີ້ແມ່ນຮາກຖານທີ່ໄວ້ວາງໃຈ ເພື່ອສົມທົບກັນສຶກສາລົງເລິກຂະແໜງ, ສະໜອງຂໍ້ມູນ, ຄວາມຮູ້ຫຼາຍດ້ານກ່ຽວກັບ ຫວຽດນາມ, ພ້ອມທັງປະກອບສ່ວນຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ໄທ. ນອກຈາກເປັນຮາກຖານສິດສອນ ແລະ ຮ່ຳຮຽນແລ້ວ, ສູນ ຫວຽດນາມ ວິທະຍາ ຍັງແມ່ນບ່ອນສະໜອງຂໍ້ມູນກ່ຽວກັບ ຫວຽດນາມ ໃຫ້ແກ່ນັກຮຽນ, ນັກສຶກສາ ແລະ ປະຊາຊົນ ໄທ; ໂຄສະນາພາບພົດ ແລະ ຂໍ້ມູນກ່ຽວກັບການພັດທະນາຂອງ ຫວຽດນາມ ໃຫ້ປະຊາຊົນ ໄທ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີ໊ແທັ່ງ ຢັ້ງຢືນວ່າ:

        “ໄປຄຽງຄູ່ກັບການເປີດນຳໃຊ້ສູນ ຫວຽດນາມ ວິທະຍາ ປະຈຳ ໄທ, ຄຸນນະພາບການຮ່ວມມືທາງດ້ານການສຶກສາຂອງສອງປະເທດ ກໍໄດ້ກ້າວເຂົ້າສູ່ໄລຍະໃໝ່ . ພວກຂ້າພະເຈົ້າ ບໍ່ພຽງແຕ່ຮັບບຳລຸງສ້າງນັກສຶກສາເທົ່ານັ້ນ, ຫາກຍັງລົງເລິກໃນການບຳລຸງສ້າງຖັນແຖນນັກຊ່ຽວຊານ, ຜູ້ຄົ້ນຄວ້າກ່ຽວກັບຂະແໜງ ຫວຽດນາມ ວິທະຍາ ຫຼັງທັງລະດັບປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກອີກດ້ວຍ”.

ນັກຂ່າວ VOV ປະຈຳ ໄທ

ຕອບກັບ

ຂ່າວ/ບົດ​ອື່ນ