ການເຝິກຊ້ອມຮັບມືກັບກໍລະນີສຸກເສີນຮັບໃຊ້ສັບປະດາຂັ້ນສູງ APEC

(VOVWORLD) -  ວັນທີ 25 ຕຸລາ, ພະແນກສາທາລະນະສຸກ ນະຄອນ ດ່ານັ້ງ ໄດ້ຈັດຕັ້ງການເຝິກຊ້ອມຮັບມືກັບກໍລະນີສຸກເສີນຮັບໃຊ້ສັບປະດາຂັ້ນສູງ APEC 2017 ດ້ວຍການເຂົ້າຮ່ວມຂອງການນຳກະຊວງສາທາລະນະສຸກ ແລະ ພາລະກອນການແພດສູນສຸກເສີນ 115 ແລະ ບັນດາໂຮງໝໍໃນບໍລິເວນ. 
ການເຝິກຊ້ອມຮັບມືກັບກໍລະນີສຸກເສີນຮັບໃຊ້ສັບປະດາຂັ້ນສູງ APEC - ảnh 1 ກໍລະນີໃນການເຝິກຊ້ອມ

ທີ່ການເຝິກຊ້ອມ, ໄດ້ສົມມຸດ 2 ກໍລະນີ ເພື່ອໃຫ້ບັນດາກຳລັງກ່ຽວຂ້ອງຮັບມືແກ້ໄຂ. ພ້ອມກັນນັ້ນ, ຄະນະບັນຊາໄພພິບັດ ພະແນກສາທາລະນະສຸກ ດ່ານັ້ງ ໄດ້ເຝິກຊ້ອມການເຄື່ອນໄຫວວິທີການຮັບມືກັບໄພພິບັດເຖິງບັນດາຫົວໜ່ວຍທີ່ກ່ຽວຂ້ອງ.

ການເຝິກຊ້ອມຄັ້ງນີ້ ເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດໃນການຊີ້ນຳ, ບໍລິຫານ ແລະ ແກ້ໄຂກໍລະນີສຸກເສີນອາດຈະເກີດຂຶ້ນໃນສັບປະດາຂັ້ນສູງ APEC 2017.

ຕອບກັບ

ຂ່າວ/ບົດ​ອື່ນ