ການເລືອກຕັ້ງທົ່ວປະເທດອີຣານ:ຝ່າຍປະຕິຮູບຍາດໄດ້ທີ່ນັ່ງສ່ວນຫຼາຍໃນສະຫາແຫ່ງຊາດໃຫ້ແກ່ເຕເຮຣານ

ການເລືອກຕັ້ງທົ່ວປະເທດອີຣານ:ຝ່າຍປະຕິຮູບຍາດໄດ້ທີ່ນັ່ງສ່ວນຫຼາຍໃນສະຫາແຫ່ງຊາດໃຫ້ແກ່ເຕເຮຣານ - ảnh 1
ທ່ານ​ປະທານາທິບໍດີ Hassan Rouhani
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)

(vovworld) –  ວັນ​ທີ 27/2, ຜົນ​​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດໃນ​ເບື້ອງ​ຕົ້ນຢູ່ ອີຣານ ສະ​ແດງ​ໃຫ້​ເຫັນ​ວ່າ: ຝ່າຍ​ປະຕິ​ຮູບ​ຢູ່​ປະ​ເທດ​ນີ້​ຍາດ​ໄດ້ 29/30 ທີ່​ນັ່ງ​ໃຫ້​ແກ່​ນະຄອນຫຼວງ ​​ເຕ​ເຮຣານ. ​ໃນ​ຂະນະ​ນັ້ນ, ຝ່າຍ​ນິຍົມ​ຮັກສາ​ເດີມ​ຍາດ​ໄດ້​ພຽງ​ໜຶ່ງ​ທ່ີ​ນັ່ງ​ເທົ່າ​ນັ້ນ.​ ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານາທິບໍດີ Hassan Rouhani ຖະ​ແຫຼ​ງວ່າ: ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ຜ່ານ​ມາ​ຢູ່ ອີຣານ ​ໄດ້​ຊ່ວຍ​​ໃຫ້​ລັດຖະບານ​ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ ​ແລະ ​ເພີ່ມ​ທະວີ​ຜົນ​ສະທ້ອນ, ພາຍຫຼັງ​ບັນດາ​ສຳພັນ​ທະ​ມິດ​ຂອງ​ທ່ານ ຂຶ້ນ​ກັບ​ຝ່າຍ​ປະຕິ​ຮູ​ບພວມ​ໄດ້​ຮັບ​ບັນດາ​ຜົນງານ​ສະດວກ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລະ ສະພານັກ​ຊ່ຽວຊານ. ​ທ່ານ Rouhani ກໍ​່​ເນັ້ນ​ໜັກ​ວ່າ: ລັດຖະບານ​ຈະ​ຮ່ວມ​ມື​ກັບສະມາ​ຊິກ​ສະພາ​ແຫ່ງ​ຊາດ​ບໍ່​ວ່າ​ຜູ້​ໃດ​ເພື່ອ​ສ້າງ​ອະນາຄົດ​ຂອງ ອີ​ຣານ.


ຂ່າວ/ບົດ​ອື່ນ