ການເລືອກຕັ້ງປະທານາທິບໍດີ ຢູ່ສະຫະພັນລັດເຊຍ

ການເລືອກຕັ້ງປະທານາທິບໍດີ ຢູ່ສະຫະພັນລັດເຊຍ - ảnh 1
ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ 5 ທ່ານ ເຂົ້າ​ຮ່ວມ​ການ​ຊ່ວງ​ເສັງ​ເຂົ້າ​ວັງ Cremli
(ພາບ: baomoi.com)

(vovworld) - ວັນ​ທີ 4/3, ລັດ​ເຊຍ​ດຳ​ເນີນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ. ການ​ເລືອກ​ຕັ້ງ​ເລີ່​ມດຳ​ເນີນ​ໃນ​ເວລາ 8 ​ໂມງ​ເຊົ້າ ຕາມ​ເວລາ ມົດ​ສະກູ  ​ແລະ ສິ້ນ​ສຸດ​ລົງ​ໃນ​ເວລາ 20 ​ໂມງ. ນີ້​ແມ່ນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ຄັ້ງ​ທີ 6 ຢູ່​ລັ​ດຊຍ ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ດ້ວຍ​ອາຍຸ​ການປະທານາທິບ​ໍດີ​ 6 ປີ. ​ເຂົ້າ​ຮ່ວມ​ການ​ຊ່ວງ​ເສັງ​ເຂົ້າ​ວັງ Cremli ຄັ້ງ​ນີ້ ມີ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ 5 ທ່ານ​. ​ເພື່ອ​ຍາດ​ໄດ້​ໄຊຊະນະ, ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຕ້ອງ​ຍາດ​ໄດ້ກ່ວາ 50% ຈຳນວນບັດ​ສະໜັບສະໜູນ. ຖ້າ​ຫາກ​ບໍ່​ມີ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ທ່ານ​ໃດ​ຍາ​ດ​​ໄດ້ກ່ວາ 50% ຈຳນວນ​ບັດ​ສະໜັບສະໜູນ​, ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຮອບທີ່ 2 ຈະ​ຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 25/3. ປະທານາທິບໍດີ​ຄົນ​ໃໝ່​ຈະ​ຮັບ​ດຳລົງຕຳ​ແໜ່ງ ​ໃນ​ວັນ​ທີ 7/5. ຕາມ​ຂໍ້​ສັງ​ເກດ​ຂອງ​ວົງ​ການ​ນັກ​ໄຈ້​ແຍ​ກ ​ແລະ ການ​ສຳ​ຫຼວດຫາງ​ສຽງ ​ແລ້ວ, ທ່າ​ນນາຍົກລັດຖະມົນຕີ Vladimir Putin ມີ​ຄວາມ​ສາມາດ​ຍາດ​ໄດ້​ໄຊຊະນະ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຮອບ​ທຳ​ອິດ. ທ່ານ Vladimir Churov, ປະທານ​ຄະນະ​ກຳມະການ​ເລືອກ​ຕັ້ງ​ສູນ​ກາງ ລັດ​ເຊຍ ປະກາດ​ວ່າ:

“​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ໃນ​ທົ່ວ​ປະ​ເທດ​ລັດ​ເຊຍມີ  110 ລ້ານ​ຄົນ, ​ໃນ​ນັ້ນ​ມີ 2 ລ້ານ​ຄົນ​ພວມ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ. ມີ​ສະຖານ​ທີ່​ປ່ອນ​ບັດ​ເລືອກຕັ້ງ​ 400 ​ແຫ່ງສະຫງວນ​​ໃຫ້​ແກ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ກ່ວາ 140 ປະ​ເທດ​ໃນ​ໂລກ. ນີ້​ແມ່ນ​ຈຳນວນ​ສະຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ຢູ່​ຕ່າງປະ​ເທດ ຫຼາຍ​ທີ່​ສຸດ​ນັບ​ແຕ່ 20 ປີ​ມາ​ນີ້. ​ໃນ​ທົ່ວ​ປະ​ເທດ ລັດ​ເຊຍ, ​ມີສະຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ວາ 95.000 ​ແຫ່ງ ພ້ອມ​ກັບ​ບັນດາ​ຄະນະ​ກຳມະການ​ເລືອກ​ຕັ້ງ​ຂັ້ນ​ຮາກ​ຖານ​ເທົ່າ​ທຽມ, ດ້ວຍ​ພາລະ​ກອນ 830.000 ຄົນ. ​ເຄິ່ງໜຶ່ງ​ໃນ​ຈຳ​ນວນ​ພາລະ​ກອນ​ນີ້​ໂດຍ​ບັນດາ​ພັກ​ຝ່າຍ​ການ​ເມືອງ​ຢູ່​ລັດ​ເຊຍ​ສະ​ເໜີ”

ຂ່າວ/ບົດ​ອື່ນ