ການເລືອກຕັ້ງປະທານາທິບໍດີ ຢູ່ເວນຊູເອລາ

ການເລືອກຕັ້ງປະທານາທິບໍດີ ຢູ່ເວນຊູເອລາ - ảnh 1

ທ່ານ Hugor Chavez ​ແລະ ທ່ານ Enrique Capriles

(ພາບ:baotintuc.vn)

(VOV)- ​ວັນ​ທີ 6/10, ຜູ້​ມີ​ສິດ​ເລືອກ​ຕັ້ງ​ເວ​ເນ​ຊູ​ເອລາ 19 ລ້ານ​ຄົນ​ໄດ້​ໄປ​ປ່ອນ​ບັດ​ເພື່ອ​ເລືອກ​ຕັ້ງປະທານາທິບໍດີ​ຄົນ​ໃໝ່​ໃນ​ອາຍຸ​ການ 6 ປີ​ທີ່​ຈະ​ມາ​ເຖິງ. ​ເຖິງ​ວ່າ ​ເຂົ້າຮ່ວມ​ການ​ອອກຫາ​ສຽງ​ເລືອກ​ຕັ້ງມີ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເຖິງ 7 ທ່ານ​ກໍ່ຕາມ ​ແຕ່​ຄວາມ​ຈິງ​ແລ້ວ, ນີ້​ພຽງ​ແຕ່​ແມ່ນ​ການ​ຊ່ວງ​ເສັງ​ລະຫວ່າງ​ທ່ານ Hugor Chavez ປະທານາທິບໍດີ​ຄົນ​ປະຈຸ​ບັນ ​ແລະ ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງຝ່າຍ​ຄ້ານ, ທ່ານ Enrique Capriles ​ເທົ່າ​ນັ້ນ. ​ໃນ​ບັ້ນຫາ​ສຽງ​ເລືອກ​ຕັ້ງຂອງ​ຕົນ, ທ່ານ Hugor Chavez ຢືນຢັນ​ວ່າ: ຖ້າ​ໄດ້​ຮັບການ​ເລືອກ​ຕັ້ງ​ເປັນ​ປະທາ​ນາ​ທິບໍດີ​ຄືນ​ໃໝ່​ໃນ​ອາຍຸ​ການ​ທີ່​ຈະ​ມາ​ເຖິງ, ທ່ານ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ລົງທຶນ​ໃຫ້​ບັນດາ​ໂຄງການ​ສັງຄົມ ​ແລະ ​ໝັ້ນໝາຍວ່າ, ​ໃນ 6 ປີ​ທີ່​ຈະ​ມາ​ເຖິງ, ອັດຕາ​ສ່ວນ​ຄົນ​ທຸກ​ຍາກ​ຢູ່​ປະ​ເທດ​ອາ​ເມ​ລິ​ກາລາ​ຕິນ​ນີ້​ຈະ​ຫລຸດ​ລົງ​ໃນ​ລະດັບ 0%. ​ໃນ​ຂະນະ​ນັ​້ນ, ຜູ້​ອອກ​ສະໝັກ​ຮັບ​ເລືອກຕັ້ງ​ Enrique Capriles ຈະ​ໃຫ້​ບຸລິ​ມະສິດ​ແກ່​ພັດທະນາ​ຟ່າງ​ດຸນ​ດ່ຽງລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ເສລີ ​ແລະ ບັນດາ​​ໂຄງການ​ສະຫວັດດີ​ການ​ສັງຄົມ.

 

 

 

ຂ່າວ/ບົດ​ອື່ນ