ການເລືອກຕັ້ງປະທານາທິບໍດີຝລັ່ງ

(VOVWORLD)-ຕອນທ່ຽງວັນທີ 07/05 (ຕາມເວລາຫວຽດນາມ), ຜູ້ມີສິດເລືອກຕັ້ງຝລັ່ງ ໄດ້ກ້າວເຂົ້າສູ່ການປ່ອນປັດເລືອກຕັ້ງຮອບທີ 2 ຢ່າງເປັນທາງການ

(vovworld) - ຕອນທ່ຽງວັນທີ 07/05 (ຕາມເວລາຫວຽດນາມ), ຜູ້ມີສິດເລືອກຕັ້ງຝລັ່ງ ໄດ້ກ້າວເຂົ້າສູ່ການປ່ອນປັດເລືອກຕັ້ງຮອບທີ 2 ຢ່າງເປັນທາງການ, ກໍ່ແມ່ນຮອບຕັດສິນຊີ້ຂາດເພື່ອຄັດເລືອກປະທານາທິບໍດີຄົນໃໝ່ນຳປະເທດຊາດໃນໄລຍະ 5 ປີຈະມາເຖິງ. 

ການເລືອກຕັ້ງປະທານາທິບໍດີຝລັ່ງ - ảnh 1 ການປ່ອນບັດກ້າວເຂົ້າສູ່ຮອບທີ 2 ຢ່າງເປັນທາງການ

(ພາບ: AFP/TTXVN)

ນີ້ໄດ້ຮັບຖືວ່າແມ່ນການເລືອກຕັ້ງສັບສົນທີ່ສຸດໃນປະຫວັດຊາດຂອງຝລັ່ງ ນັບແຕ່ກ່ອນມາຮອດປະຈຸບັນ ແລະ ໝາກຜົນການເລືອກຕັ້ງບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງສະພາບການພາຍໃນປະເທດຝລັ່ງ ເທົ່ານັ້ນ, ຫາກນັບທັງໃນສະຫະພາບເອີລົບອີກດ້ວຍ. ມີສະຖານທີ່ປ່ອນບັດເກືອບ 67.000 ແຫ່ງໃນທົ່ວປະເທດໄດ້ເລີ່ມເປີດປະຕູ ເພື່ອຮັບຜູ້ມີສິດເລືອກຕັ້ງກວ່າ 45 ລ້ານຄົນທີ່ມີສິດຢ່າງພຽງພໍໄປປ່ອນບັດ.

        ການເລືອກຕັ້ງປະທານາທິບໍດີຝລັ່ງ ຮອບທີ 2 ລະຫວ່າງຜູ້ອອກສະໝັກຮັບເລືອກຕັ້ງພັກສາຍກາງ Emmanuel Macron ແລະ ຜູ້ອອກສະໝັກຮັບເລືອກຕັ້ງພັກຝ່າຍຂວາຈັດ ທ່ານນາງ Marine Le Pen. ບັນດາການຢັ່ງຫາງສຽງຄັ້ງລ້າສຸດໄດ້ຊີ້ໃຫ້ເຫັນວ່າ, ມີເຖິງ 59% ຈຳນວນຜູ້ມີສິດເລືອກຕັ້ງສະໜັບສະໜູນທ່ານ Macron, ໃນຂະນະທີ່ທ່ານນາງ Le Pen ຍາດໄດ້ພຽງ 41% ຈຳນວນຜູ້ສະໜັບສະໜູນກ່ອນກ້າວເຂົ້າສູ່ການເລືອກຕັ້ງຮອບທີ 2 ນີ້.

        ຄາດວ່າ, ໝາກຜົນເບື້ອງຕົ້ນຈະໄດ້ປະກາດໃນຮຸ່ງເຊົ້າວັນທີ 08/05 ແລະ ປະທານາທິບໍດີຝລັ່ງ ຄົນໃໝ່ຈະສະບານຕົວຮັບດຳລົງຕຳແໜ່ງໃນວັນທີ 14/05 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ