ຜູ້ມີສິດເລືອກຕັ້ງຢູ່ລັດ New Hampshire
(ພາບ: AFP/TTXVN)
|
(vovworld) – ຕອນຄຳ່ວັນທີ 9/2, ຕາມເວລາ ອາເມລິກາ, ຜົນຂອງການນັບບັດໃນການເລືອກຕັ້ງຂັ້ນຕົ້ນຢູ່ລັດ New Hampshire ໃນຂອບເຂດການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2016 ສະແດງໃຫ້ເຫັນວ່າ: ມະຫາເສດຖີ Donald Trump ແລະ ສະມາຊິກສະພາສູງ Bernie Sander ແມ່ນບັນດາຜູ້ຍາດໄດ້ໄຊຊະນະ. ພັກປະຊາທິປະໄຕ ມີສະມາຊິກ 2 ຄົນເຂົ້າຮ່ວມການເລືອກຕັ້ງ, ໃນຂະນະທີ່ພັກສາທາລະນະແມ່ນ 8 ຄົນ. ໂດຍອີງໃສ່ໝາກຜົນຂອງການຢັ່ງຫາງສຽງແລ້ວ, ຄະນະກຳມະການເລືອກຕັ້ງ New Hampshire ໃຫ້ຮູ້ວ່າ: ຜູ້ສະໝັກເລືອກຕັ້ງ Donald Trump ຍາດໄດ້ໄຊຊະນະໃນການແຂ່ງຂັນຂອງພັກ ສາທາລະນະ ຢູ່ລັດ New Hampshire ດ້ວຍຈຳນວນ 33,91% ບັດສະໜັບສະໜູນ, ຜູ້ທີສອງແມ່ນທ່ານ John Kasich ດ້ວຍຈຳນວນ 16,19% ບັດສະໜັບສະໜູນ. ໃນການແຂ່ງຂັນຂອງພັກປະຊາທິປະໄຕ, ທ່ານສະມາຊິກສະພາສູງ Bernie Sander ຍາດໄດ້ 56,61% ບັດສະໜັບສະໜູນ ແລະ ລື່ນກາຍທ່ານນາງ ອະດີດລັດຖະມົນຕີການຕ່າງປະເທດ Hillary Clinton, ຜູ້ໄດ້ຮັບ 41,37% ບັດສະໜັບສະໜູນ.