ການແຂ່ງຂັນກິລາເພື່ອຮັດແໜ້ນນ້ຳໃຈມິດຕະພາບ ອາຊຽນ
ການແຂ່ງຂັນກິລາເພື່ອຮັດແໜ້ນນ້ຳໃຈມິດຕະພາບ ອາຊຽນ
(ພາບປະກອບ)
(vovworld) – ວັນທີ 08/04 ຢູ່ Jakarta ປະເທດ ອິນໂດເນເຊຍ ໄດ້ດຳເນີນການແຂ່ງຂັນກິລາລະຫວ່າງສະຖານທູດບັນດາປະເທດ ອາຊຽນ ປະຈຳ ອິນໂດເນເຊຍ ແລະ ຄະນະເລຂາ ອາຊຽນ. ນີ້ແມ່ນການເຄື່ອນໄຫວ ທີ່ໄດ້ຮັບການຈັດຕັ້ງຕາມຂໍ້ລິເລີ່ມຂອງສະຖານທູດ ຟີລິບປີນ ປະຈຳ ອິນໂດເນເຊຍ, ເຊິ່ງນອນໃນບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (1967 - 2017). ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ອິນໂດເນເຊຍ, ຄະນະເລຂາ ອາຊຽນ ແລະ ບັນດາພະນັກງານ, ພາລະກອນການທູດ ພ້ອມກັນແຂ່ງຂັນ Bowling. ລາງວັນທີ 1 ແມ່ນຂຶ້ນກັບ ຟີລິບປີນ, ສ່ວນ ອິນໂດເນເຊຍ ຄ້ວາໄດ້ລາງວັນທີ 2 ແລະ ລາງວັນທີ 3 ຂຶ້ນກັບ ມາເລເຊຍ.