ການແຂ່ງຂັນຍິງບັ້ງ ໄຟດອກສາກົນ ດ່ານັ້ງ ປີ 2013

ການແຂ່ງຂັນຍິງບັ້ງ ໄຟດອກສາກົນ ດ່ານັ້ງ ປີ 2013 - ảnh 1

ການ​​​ແຂ່ງຂັນຍິງ​ບັ້ງ​ໄຟ​ດອກ​ສາກົນ​ດ່າ​ນັ້ງ ປີ 2013
(ພາບ: vtv.vn)

(vovworld) – ການ​​​ແຂ່ງຂັນຍິງ​ບັ້ງ​ໄຟ​ດອກ​ສາກົນ​ດ່າ​ນັ້ງ ປີ 2013 ດ້ວຍ​ຫົວ​ຂໍ້​ວ່າ “ຄວາມ​ຮັກ​ທີ່​ມີ​ຕໍ່ແມ່​ນ້ຳ​ຮ່າ​ນ“, ຖືກ​ຈັດ​ຂຶ້ນ​ໃນ​ຄຳ່​ຄືນ​ວັນ​ທີ 29 ​ແລະ 30/4/2013 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 5 ທິມທີ່​ມາ​ຈາກ​ລັດ​ເຊຍ, ອີ​ຕາ​ລີ, ຍີ່ປຸ່ນ, ອາ​ເມ​ລິ​ກາ ​ແລະ ດ່າ​ນັ້ງ (ຫວຽດນາມ). ສິ້ນ​ສຸດ​ການ​​​ແຂ່ງຂັນ, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ທີ 1 ​ໃຫ້​ທິມອາ​ເມ​ລິ​ກາ, ສອງ​ທິມ​ໄດ້​ຮັບ​ລາງວັນ​ທີ 2 ​ແມ່ນຍີ່ປຸ່ນ ​ແລະ ອີ​ຕາ​ລີ, ສອງ​ທິມ​ໄດ້​ຮັບ​ລາງວັນ​ທີ 3 ​ແມ່ນ​ຫວຽດນາມ ​ແລະ ລັດ​ເຊຍ. ​ໃນ​ວັນ​ທີ 30/4, ທິມຍີ່ປຸ່ນ ​ໄດ້​ນຳ​ເອົາ​ຫົວ​ຂໍ້​ທີ່​ໃໝ່​ອ່ຽມມາ​ໃຫ້​ຜູ້​ຊົມ​ນັ້ນ​ແມ່ນ “ອຸທິຍານ​ເທິງ​ນ່ານຟ້າ“ Tamaya ​ໄດ້​ສ້າງ​ເປັນ​ພາບ​ແຕ້ມ​ກ່ຽວ​ກັບອຸທິຍານຂອງ​ຍີ່ປຸ່ນ​ເທິງ​ແມ່​ນ້ຳ​ຮ່າ​ນ. ​ໃນ​ຂະນະ​ນັ້ນ, ທິມອາ​ເມ​ລິ​ກາ ດ້ວຍ​ຫົວ​ຂໍ້​ວ່າ “ຮູບຊົງ​ຂອງ​ນ້ອງ​ໃນ​ຄຳ່​ຄືນ​ນີ້“ ​ໄດ້​ນຳ​ມາ​ເຊິ່ງຜູ້​ຊົມທັງ​ຮູບ​ພາບ ​ແລະ ​ບົດ​ເພງ​ແຫ່ງ​ຄວາມ​ຮັກ​ທີ່​ສະຫງວນ​ໃຫ້​ແກ່​ແມ່​ນ້ຳ​ຮ່ານ ທີ່​ສວຍ​ງາມ. “ຮູບຊົງ​ຂອງ​ນ້ອງ​ໃນ​ຄຳ່​ຄືນ​ນີ້“ ​ໄດ້ຍ້ອງຍໍ​ຄວາມ​ງາມ​ຂອງ​ແມ່​ນ້ຳ​ຮ່າ​ນ, ​ເຊິ່ງສະ​ແດງ​ອອກ​ຜ່ານ​ຮູບ​ພາບ​ບັ້ງ​ໄຟ​ດອກ ​ແລະ ທຳນອງ​ດົນຕີ, ອັນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ.

ການ​​​ແຂ່ງຂັນຍິງ​ບັ້ງ​ໄຟ​ດອກ​ສາກົນ​ດ່າ​ນັ້ງ ປີ 2013 ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ​ ​ແລະ ຕ່າງປະ​ເທດເກືອບ 400.000 ​ເທື່ອ​ຄົນ (​ເພີ່ມ​ຂຶ້ນ 15% ​ເມື່ອ​ທຽບ​ໃສ່​ປີ 2012) ນັກ​ທ່ອງ​ທ່ຽວ​​ເພິ່ງ​ພໍ​ໃຈ​ທີ່​ສຸດ​ຕໍ່​ສິລະ​ປະການ​ຍິງ​ບັ້ງ​ໄຟ​ດອກ​​ໃນ​ຊຸມ​ວັນ​ຂອງ​ເດືອນ 4 ປະຫວັດສາດ​ຂອງ​ຊາດ​ຫວຽດນາມ ດ້ວຍ​ສຽງ​ດົນຕີ ​ແລະ ​ແສງ​ສະຫວ່າງ​ໃນ​ນ່ານຟ້າ​ດ່ານັ້ງ.

 

ຂ່າວ/ບົດ​ອື່ນ