(vovworld) - ປະຊາຊົນ ອັງກິດ ນັບຮ້ອຍຄົນໄດ້ເຂົ້າຮ່ວມການແຫ່ຂະບວນປະທ້ວງຕ້ານສົງຄາມ ຢູ່ Lincolnshire, East England ເມື່ອວັນທີ 27/4, ແນໃສ່ຄັດຄ້ານກອງທັບອາກາດລາຊະວົງ ອັງກິດ (ຫຼື RAF) ນຳໃຊ້ບັນດາເຮືອບິນບໍ່ມີຄົນຂັບຢູ່ ອາບການິດສະຖານ. ບັນດາຜູ້ເຂົ້າຮ່ວມ ໄດ້ແຫ່ຂະບວນປະທ້ວງຢູ່ລຽບຕາມຖະໜົນສາຍຕົ້ນຕໍ່ທີ່ພາໄປເຖິງຫາຖານທີ່ໝັ້ນ Waddington ຂອງ RAF, ຮ້ອງໂຮຄຳຂວັນຄັດຄ້ານສົງຄາມ ແລະ ຍົກປ້າຍຄຳຂວັນ “ປະຊາຊົນ ອາບການິດສະຖານ ແຕ່ລະຄົນລ້ວນແຕ່ມີຊື່ ແລະ ນາມສະກຸນ. ສົງຄາມບໍ່ແມ່ນການຫຼິ້ນ ເກມ”. ການແຫ່ຂະບວນປະທ້ວງຖືກດຳເນີນໄປພາຍຫຼັງກະຊວງປ້ອງກັນປະເທດ ອັງກິດ ຮັບຮູ້ວ່າ: ເຮືອບິນບໍ່ມີຄົນຂັບ Reapers ຂອງ RAF ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວດ້ານການທະຫານເພື່ອໜູນຊ່ວຍກຳລັງປ້ອງກັນຄວາມສະຫງົບສາກົນ ຢູ່ ອາບການິດສະຖານ (ຫຼື ISAF), ແລະ ທະຫານບົກ ອາບການິດສະຖານ. ຕາມກະຊວງປ້ອງກັນປະເທດ ອັງກິດ ແລ້ວ, ບັນດາເຮືອບິນດັ່ງກ່າວປະຕິບັດໜ້າທີ່ຕິດຕາມກວດກຢູ່ຜືນແຜ່ນດິນ ອາບການິດສະຖານ, ແລະ ບໍ່ດຳເນີນການບຸກໂຈມຕີໃດໆ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາຜູ້ຄັດຄ້ານຖືວ່າ: ບັນດາເຮືອບິນບໍ່ມີຄົນຂັບນີ້ອາດຈະດຳເນີນການບຸກໂຈມຕີທາງອາກາດ, ກໍ່ຄວາມລົ້ມຫາຍຕາຍຈາກໃຫ້ສາມັນຊົນ.