ການແຫ່ຂະບວນປະທ້ວງຢູ່ຢູແກຼນກາຍເປັນການປະທະກັນນອງເລືອດ

ການແຫ່ຂະບວນປະທ້ວງຢູ່ຢູແກຼນກາຍເປັນການປະທະກັນນອງເລືອດ - ảnh 1
ບັນດາມືປືນຢູ່ນອກປ້ອມຕຳຫຼວດທ້ອງຖີ່ນຢູ່ Slavyansk ເມື່ອວັນທີ 13/4.
(ພາບ: AFP/TTXVN)

(vovworld) - ​ວັນ​ທີ 13/4, ບັນ​ດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ​ດຄ້ານ​ອຳນາດ​ການ​ປົກຄອງ​ຢູ່​ທາງ​ທິດຕາ​ເວັນ​ອອກ ຢູ​ແກຼນ ​ໄດ້​ກາຍ​ເປັນ​ການ​ປະ​ທະ​ກັນ​ນອງ​ເລືອດ ​ເມື່ອ​ກຳລັງ​ພິ​ເສດ​ຂອງ ຢູ​ແກຼນ ບຸກ​​ໂຈມ​ຕີ​ປ້ອມ​ຕຳຫຼວດ​ຢູ່​ນະຄອນ Slavyansk ​ເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ. ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ຢູ​ແກຼນ Arsen Avakov ຮັບ​ຮູ້​ວ່າບັນດາ​ກຳລັງ​ພິ​ເສດ ຢູ​ແກຼນ ​ໄດ້​ຍົກຍ້າຍ​ເຖິງ​ນະຄອນ​ທາງ​ທິດຕາ​ເວັນ​ອອກ Slavyansk, ບ່ອນ​ທີ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ ຢຶດຄອງສຳນັກງານ​ຂອງ​ຕຳຫຼວດ​​ ແລະ ຫ້ອງການ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ເຂດ, ​ເພື່ອ​ຍຸບ​ເລີກການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້ ຢູ​ແກຼນ. ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ Arsen Avakov ຍອມຮັບ​​ວ່າ: ​ຝ່າຍ ຢູ​ແກຼນ ມີນາຍທະຫານ​ປ້ອງກັນ​ຄວາມ​ສະຫງົບ​ຜູ້​ໜຶ່ງ​ເສຍ​ຊີວິດ ​ແລະ 5 ຄົນ​ຖືກ​ຮັບ​ບາດ​ເຈັບ ​ແລະ ບໍ່​​ເວົ້າ​ເຖິງ​ຈຳນວນ​ຜູ້​ຖືກ​ບາດ​ເຈັບ​ລົ້ມ​ຕາຍ​ຂອງ​ຝ່າຍ​ແຫ່​ຂະ​ບວນປະ​ທ້ວງ​ເທື່ອ. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ Reuters ​ໄດ້​ໃຫ້​ຂ່າວ​ວ່າ​ຝ່າຍແຫ່​ຂະ​ບວນປະ​ທ້ວງມີຜູ້​ໜຶ່ງ​ເສຍ​ຊີວິດ ​ແລະ 2 ຄົນ​ຮັບ​ບາດ​ເຈັບ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິການ​ໃຫຍ່ ສປຊ Ban Ki Moon ຮຽກ​ຮ້ອງ​ໃຫ້ບັນດາ​ຝ່າຍ​ຢູ່ ຢູ​ແກຼນ ລະງັບ​ໃຈ ​ແລະ ດຳ​ເນີນ​ການ​ໂອ້​ລົມ​ສົນທະນາ​ເພື່ອ​ແກ້​ໄຂ​ສະພາບ​ການ.


ຂ່າວ/ບົດ​ອື່ນ