|
(vovworld) – ໃນເວລາ 4 ວັນ, ແຕ່ວັນທີ 26 – 29/10, ຄະນະຊົນເຜົ່າແຂວງ ຈ່າວີງ ໄດ້ສົມທົບກັບຄະນະໂຄສະນາສຶກສາຄະນະພັກແຂວງ, ຕຳຫຼວດແຂວງຈັດຕັ້ງຊຸດຝຶກອົບຮົມຄວາມຮູ້ກ່ຽວກັບນະໂຍບາຍຊົນເຜົ່າ, ສາສະໜາຂອງພັກ, ລັດ, ສະພາບການເສດຖະກິດ - ສັງຄົມຂອງທ້ອງຖິ່ນໃຫ້ແກ່ຜູ້ແທນ 400 ຄົນເຊິ່ງເປັນຜູ້ມີອິດທິພົນຊື່ສຽງໃນເຂດຊົນເຜົ່າສ່ວນໜ້ອຍຢູ່ 9 ເມືອງ, ເທດສະບານ, ນະຄອນໃນແຂວງ. ບັນດາຜູ້ແທນໄດ້ເຂົ້າຮ່ວມຊຸດຝຶກອົບຮົມດ້ວຍເນື້ອໃນວ່າ: ໝາກຜົນຂອງການປະຕິບັດນະໂຍບາຍຊົນເຜົ່າໃນບໍລິເວນແຂວງ ຈ່າວີງ ໃນໄລຍະຜ່ານມາ ແລະ ກຳນົດທິດພັດທະນາໃນໄລຍະຈະມາເຖິງ. ແຂວງມີຊົນເຜົ່າຂະແມກ່ວາ 320.000 ຄົນ, ກວມປະມານ 32% ຈຳນວນພົນລະເມືອງໃນທົ່ວແຂວງ. ການເປີດຊຸດຝຶກອົບຮົມກ່ຽວກັບແຜນນະໂຍບາຍ, ນະໂຍບາຍຊົນເຜົ່າ, ສາສະໜາຂອງພັກ, ລັດເພື່ອແນໃສ່ຍົກສູງສະຕິ, ບົດຮຽນໃຫ້ແກ່ຜູ້ມີອິດທິພົນຊື່ສຽງໃນເຂດຊົນເຜົ່າສ່ວນໜ້ອຍໃນບໍລິເວນແຂວງ. ຈາກນັ້ນ, ຜູ້ມີອິດທິພົນຊື່ສຽງໂຄສະນາ, ເຜີຍແຜ່ເຖິງພຸດທະສາສະນິກກະຊົນ, ຊາວຂະແມ ຢູ່ທ້ອງຖິ່ນ, ຊ່ວຍໃຫ້ເຂົາເຈົ້າເຂົ້າໃຈແຈ້ງ, ປະຕິບັດຖືກຕ້ອງຕາມແຜນນະໂຍບາຍ ຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ປະກອບສ່ວນເພີ່ມທະວີກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນ, ສາມັກຄີສາສະໜາ, ສຸມໃສ່ພັດທະນາເສດຖະກິດຄອບຄົວ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.