ການໂຄສະນາໃນມະຫາຊົນ ຝຣັ່ງ ກ່ຽວກັບເຫດວິນາດສະກຳທາດພິດສີສົ້ມຢູ່ ຫວຽດນາມ

(VOVWORLD) - ສະຫະສະມາຄົມ Collectif Vietnam Dioxine, ເຊິ່ງແມ່ນອົງການເຕົ້າໂຮມສະມາຄົມ, ຄະນະຂອງ ຫວຽດນາມ ຢູ່ ຝຣັ່ງ ແລະ ເພື່ອນມິດ ຝຣັ່ງ, ເຂົ້າຮ່ວມການເດີນຂະບວນ ໃນຕອນບ່າຍວັນທີ 1/5 ຢູ່ ປາຣີ, ໂດຍບັນດາອົງການກຳມະບານ ຝຣັ່ງ ປຸກລະດົມເນື່ອງໃນໂອກາດວັນກຳມະກອນ ສາກົນ, 
ການໂຄສະນາໃນມະຫາຊົນ ຝຣັ່ງ ກ່ຽວກັບເຫດວິນາດສະກຳທາດພິດສີສົ້ມຢູ່ ຫວຽດນາມ - ảnh 1 ເດັກນ້ອຍຊາວເຜົ່າ ປາໂກ ຕິດທາດພິດສີສົ້ມ

ເພື່ອແນໃສ່ໂຄສະນາກ່ຽວກັບໄພວິນາດສະກຳທາດພິດສີສົ້ມ/ດີໂອຊິນ ຢູ່ ຫວຽດນາມ ແລະ ບັນດາຜົນຮ້າຍຢ້ອນຫຼັງຍາວນານຂອງປະເພດທາດເຄມີອັນຕະລາຍນີ້ສຳລັບບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ. ໂດຍເຈືອຈານເຂົ້າກັບຂະບວນຄົນເດີນຂະບວນ ທວງເອົາການປົກປ້ອງບັນດາຄວາມກ້າວໜ້າສັງຄົມ, ບັນດາສະມາຊິກຂອງສະຫະສະມາຄົມ Collectif Vietnam Dioxine ໃນຊຸດເສື້ອຢຶດມີແຖວໜັງສື “ທາດພິດສີສົ້ມຍັງຄົງສືບຕໍ່ມ້າງທຳລາຍ” ໄດ້ຍົກສູງບັນດາປ້າຍໂຄສະນາຮຽກຮ້ອງທຸກໆຄົນພ້ອມກັນເຄື່ອນໄຫວເພື່ອສະກັດກັ້ນຜົນຮ້າຍຈາກທາດພິດສີສົ້ມໂດຍກອງທັບ ອາເມລິກາ ນຳໃຊ້ໃນສົງຄາມຢູ່ ຫວຽດນາມ. ບັນດາສະມາຊິກຂອງ Collectif Vietnam Dioxine ກໍ່ໄດ້ແຈກຢາຍໃບປິວເພື່ອແນໃສ່ສະໜອງຂໍ້ມູນຂ່າວໃຫ້ປະຊາຊົນ ຝຣັ່ງ ເພື່ອໃຫ້ເຂົາເຈົ້າເຂົ້າໃຈແຈ້ງກ່ຽວກັບຄວາມເຈັບປວດທັງດ້ານຈິດໃຈ ແລະ ຮ່າງກາຍເຊິ່ງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຕ້ອງແບກຫາບເຖິງວ່າສົງຄາມໄດ້ສິ້ນສຸດລົງກ່ວາ 40 ປີແລ້ວກໍ່ຕາມ.  ເຂົາເຈົ້າໄດ້ສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງ ແລະ ລົງລາຍເຊັນໃສ່ໃບຄຳຮ້ອງສະເໜີບັນດາບໍລິສັດເຄມີຂອງ ອາເມລິກາ ທີ່ໄດ້ຜະລິດທາດພິດສີສົ້ມຈົ່ງຊົດເຊີຍໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ