(vovworld) – ວັນທີ 10/3, ຢູ່ ຮ່າໂນ້ຍ, ກອງບັນຊາການຕຳຫຼວດທະເລ ຫວຽດນາມ ສົມທົບກັບອົງການຫລຸດຜ່ອນໄພນາບຂູ່ປ້ອງກັນປະເທດ ອາເມລິກາ ເປັນປະທານຈັດຕັ້ງການໂອ້ລົມສົນທະນາກ່ຽວກັບຄວາມສະຫງົບທາງທະເລຄັ້ງທີ 2. ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານ ພົນຈັດຕະວາ ຫງວຽນວັນເຕືອງ, ກຳມະການການເມືອງກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ຊີ້ແຈ້ງຈຸດໝາຍຂອງການໂອ້ລົມສົນທະນາກ່ຽວກັບຄວາມສະຫງົບທາງທະເລຄັ້ງນີ້ເພື່ອແນໃສ່ຊຸກຍູ້ການສົມທົບກັນ ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງບັນດາອົງການປະຕິບັດກົດໝາຍບົນທະເລ ແລະ ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ, ຍົກສູງສະຕິກ່ຽວກັບການປ້ອງກັນຄວາມສະຫງົບທາງທະເລ ແລະ ແກ້ໄຂກໍລະນີຊອກຫາ, ກູ້ໄພກູ້ຊີບ ແລະ ປະຕິບັດກົດໝາຍຢູ່ທະເລ. ນີ້ແມ່ນກາລະໂອກາດເພື່ອໃຫ້ພະນັກງານກອງບັນຊາການຕຳຫຼວດທະເລພົບປະແລກປ່ຽນ, ຖອດຖອນບົດຮຽນກ່ຽວກັບການປະຕິບັດກົດໝາຍກັບບັນດາພະນັກງານຂອງອົງການກ່ຽວຂ້ອງຂອງ ຫວຽດນາມ. ບັນດາຜູ້ແທນເນັ້ນໜັກວ່າ: ການເຊື່ອມໂຍງ, ການຮ່ວມມືແມ່ນທ່າອ່ຽງອັນໃຫຍ່ຫຼວງໃນປະຈຸບັນເພື່ອພ້ອມກັນແກ້ໄຂບັນດາບັນຫາຄວາມສະຫງົບທົ່ວໂລກ, ໃນນັ້ນມີບັນຫາຄວາມສະຫງົບ, ປອດໄພບົນທະເລ. ເລື່ອງແກ້ໄຂບັນດາບັນຫານັ້ນຕ້ອງສອດຄ່ອງກັບກົດໝາຍແຫ່ງຊາດ ແລະ ກົດໝາຍ, ທຳນຽມສາກົນເພື່ອຍົກສູງຄວາມສາມາດສົມທົບກັນ.
ການໂອ້ລົມສົນທະນາຈະແກ່ຍາວຮອດວັນທີ 14/3 ຈຶ່ງອັດລົງ.