ການໂອ້ລົມສົນທະນາ “ຮ່າໂນ້ຍ-ນະຄອນ ເພື່ອສັນຕິພາບ, 15 ປີແຫ່ງການເຊື່ອມ ໂຍງແລະພັດທະນາ”
ພາບປະກອບ
(vovworld) – ການໂອ້ລົມສົນທະນາໂດຍສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ, ຄະນະກຳມະການສັນຕິພາບນະຄອນ ຮ່າໂນ້ຍ ຈັດຕັ້ງໃນຕອນເຊົ້າວັນທີ 24/7, ເພື່ອແນໃສ່ທົບທວນຄືນບັນດາຜົນງານທີ່ບັນລຸໄດ້ພາຍຫຼັງ 15 ປີ ແຫ່ງວັນ ຮ່າໂນ້ຍ ໄດ້ຮັບການຂະໜານນາມຈາກ UNESCO ວ່າແມ່ນ “ນະຄອນສັນຕິພາບ”, ພ້ອມທັງເພື່ອໂຄສະນາວັດທະນະທຳ, ຊາວ ຮ່າໂນ້ຍ, ປຸກລຸກຄວາມເອງອ້າງທະນົງໃຈຂອງປະຊາຊົນນະຄອນຫຼວງກ່ຽວກັບນະຄອນສັນຕິພາບ.
ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນລ້ວນແຕ່ຢືນຢັນວ່າ: 15 ປີຜ່ານມາ, ຮ່າໂນ້ຍ ຍັງຄົງແມ່ນນະຄອນແຫ່ງໜຶ່ງດຽວໃນພາກພື້ນ ອາຊີ - ປາຊິຟີກ ໄດ້ຮັບລາງວັນ “ນະຄອນເພື່ອສັນຕິພາບ”. ນັ້ນແມ່ນຄວາມເອກອ້າງທະນົງໃຈແມ່ນຄວາມເປັນກຽດ ແຕ່ກໍ່ແມ່ນສິ່ງທ້າທາຍໃຫຍ່ເພື່ອໃຫ້ ຮ່າໂນ້ຍ ສູ້ຊົນ. ດຣ ຫງວຽນວຽດຈຶກ, ຫົວໜ້າສະຖາບັນຄົ້ນຄ້ວາວັດທະນະທຳ ທັງລອງ, ຢືນຢັນວ່າ:
“ນະຄອນ ຮ່າໂນ້ຍໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນນະຄອນເພື່ອສັນຕິພາບແມ່ນຊັບສົມບັດອັນລ້ຳຄ່າທີ່ສຸດເຊິ່ງຊາວທັງລອງ - ຮ່າໂນ້ຍ ແລະ ປະຊາຊົນ ຫວຽດນາມ ທຸກຄົນໄດ້ຮັກສາຈາກລຸ້ນຄົນນີ້ ເຖິງລຸ້ນຄົນອື່ນ. ຊັບສົນບັດອັນລ້ຳຄ່ານັ້ນຕ້ອງໄດ້ຮັບການເສີມຂະຫຍາຍຢ່າງສູງສຸດໃນພາລະກິດຮັກສາ ແລະ ສ້າງສາປະເທດຊາດໃນປະຈຸບັນ. ບໍ່ມີສາຍເຫດທີ່ພາໃຫ້ພວດເຮົາເພື່ອຫຼົງລືມຄູນຄ່າທີ່ເປັນມູນເຊື້ອອັນລ້ຳຄ່ານັ້ນ.”