ການໂອ້ລົມສົນທະນາກ່ຽວກັບທະເລຄັ້ງທີ 2 ດ້ວຍຫົວຂໍ້ “ການຮ່ວມມືອາຊີບຫາປາຢູ່ທະເລຕາເວັນອອກ”

(VOVWORLD) - ການໂອ້ລົມສົນທະນາກ່ຽວກັບທະເລຄັ້ງທີ 2 ດ້ວຍເນື້ອໃນວ່າ “ການຮ່ວມມືອາຊີບປະມົງຢູ່ທະເລຕາເວັນອອກ”

ວັນທີ 15 ມີນາ, ຢູ່ຮ່າໂນ້ຍ, ສະຖາບັນພົວພັນຕ່າງປະເທດໄດ້ສົມທົບກັບກອງທຶນ Konrad – Adenauer – Stiftung (KAS) ແລະ ສະຖານທູດ ອົດສະຕາລີ ປະຈຳ ຮ່າໂນ້ຍ ໄດ້ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບທະເລຄັ້ງທີ 2 ດ້ວຍເນື້ອໃນວ່າ “ການຮ່ວມມືອາຊີບປະມົງຢູ່ທະເລຕາເວັນອອກ”, ສຸມໃສ່ປຶກສາຫາລືກ່ຽວກັບສະພາບການ ແລະ ຕີລາຄາກາລະໂອກາດຮ່ວມມືອາຊີບຫາປາຢູ່ທະເລຕາເວັນອອກ. ການໂອ້ລົມສົນທະນາໄດ້ດຶງດູດຜູ້ແທນກ່ວາ 70 ຄົນທີ່ມາຈາກບັນດາອົງການຕາງໜ້າຕ່າງປະເທດ, ບັນດາອົງການ ແລະ ວົງການນັກຮຽນຮູ້ຂອງ ຫວຽດນາມ. ທີ່ການໂອ້ລົມສົນທະນາ, ບັນດານັກປາຖະກະຖາ ລ້ວນແຕ່ຖືວ່າ: ປະຈຸບັນ, ຢູ່ທະເລຕາເວັນອອກ, ສະພາບການຫາປາຢ່າງຜິດກົດໝາຍ, ຫາປາດ້ວຍວິທີການທຳລາຍສິ່ງແວດລ້ອມ ແລະ ສະຕິຄວາມຮູ້ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມທະເລຍັງອ່ອນ ແມ່ນສາຍເຫດຕົ້ນຕໍພາໄປເຖິງການຫລຸດລົງແຫຼ່ງປາຢ່າງແຮງ. ດັ່ງນັ້ນ, ບັນດາປະເທດຄວນຮ່ວມມືນຳກັນຢ່າງຮອບດ້ານ, ແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ