(vovworld) - ວັນທີ 19/07, ສະຖາບັນວັດທະນະທຳອັກຊັງຕິນ - ຫວຽດນາມ (ICAV) ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳອັກຊັງຕິນ ຈັດການໂອ້ລົມສົນທະນາກ່ຽວກັບຫວຽດນາມ ຢູ່ສະໂມສອນສັງຄົມ ແລະ ວັດທະນະທຳ San Martin, ຊານນະຄອນ Buenos Aires, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປິແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັດຊາດຫວຽດນາມ ທີ 02 ກັນຍາ. ທ່ານສາດສະດາຈານ Ezequiel Ramoneda, ສັງກັດມະຫາວິທະຍາໄລ Sanvador ແລະ ສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້, ໄດ້ສະເໜີກ່ຽວກັບສະພາບການໂລກ ແລະ ພາກພື້ນ ເມື່ອເກີດສົງຄາມຢູ່ຫວຽດນາມ ກໍຄືບັນດາຜົນກະທົບຈາກສົງຄາມດັ່ງກ່າວທີ່ມີຕໍ່ປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ. ທ່ານປະທານສະຖາບັນວັດທະນະທຳອັກຊັງຕິນ - ຫວຽດນາມ Poldi Soda ໄດ້ເນັ້ນໜັກເຖິງແບບຢ່າງວິລະຊົນ ແລະ ຄວາມສາມັກຄີຂອງຫວຽດນາມ ໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ແລະ ໃນພາລະກິດສ້າງສາປະເທດຊາດ, ບົດຮຽນໃຫ້ລຸ່ນໜຸ່ມໃນປະຈຸບັນ, ກໍຄືຜົນງານດ້ານເສດຖະກິດ - ສັງຄົມເຊິ່ງປະຊາຊົນຫວຽດນາມ ບັນລຸໄດ້.
ສິ້ນສຸດການໂອ້ລົມສົນທະນາ, ໄດ້ສາຍຟິມຮູບເງົນທີ່ມີຊື່ວ່າ “ຫວຽດນາມ ໃນປະຈຸບັນ”, ຊິ່ງໄດ້ເວົ້າເຖິງວັດທະນະທຳ, ປະເທດຊາດ, ມະນຸດ ແລະ ກິດຈະການພັດທະນາເສດຖະກິດຢູ່ຫວຽດນາມ.