ການໂອ້ລົມສົນທະນາກ່ຽວກັບໜີ້ເສຍແລະການສ້າງໂຄງປະກອບລະບົບທະນາຄານຄືນໃໝ່
(ພາບປະກອບຈາກ TTXVN).
(vovworld) – ຕອນບ່າຍວັນທີ 9/9, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄ້ວານິຕິບັນຍັດ ແລະ ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບການສ້າງໂຄງປະກອບລະບົບທະນາຄານຄືນໃໝ່ ແລະ ແກ້ໄຂໜີ້ເສຍ. ທີ່ການໂອ້ລົມສົນທະນາ, ບັນດານັກຊ່ຽວຊານເສດຖະກິດໄດ້ໄຈ້ແຍກສາຍເຫດ, ຊອກຫາມາດຕະການຍູ້ແຮງວິວັດທະນາການແກ້ໄຂໜີເສຍ ແລະ ຈຳກັດໜີ້ເສຍເກີດໃໝ່ພ້ອມທັງສະເໜີບັນດາມາດຕະການຟື້ນຟູຄວາມສາມາດຜະລິດ, ດຳເນີນທຸລະກິດຂອງບັນດາວິສາຫະກິດ, ນອກນັ້ນບັນດາຜູ້ແທນກໍ່ສະເໜີບາງມາດຕະການກ່ຽວກັບການເພີ່ມທະວີກຳລັງຄວາມສາມາດໃຫ້ບໍລິສັດຄຸ້ມຄອງຊັບສົນບັດຂອງບັນດາອົງການສິນເຊື່ອ ຫວຽດນາມ, ແກ້ໄຂຂໍ້ຄົງຂ້າງໃນການແກ້ໄຂຊັບສົມບັດຮັບປະກັນເພື່ອໃຫ້ສະພາແຫ່ງຊາດ, ລັດຖະບານປະກາດໃຊ້ບາງກົນໄກພິເສດຍູ້ແຮງວິວັດທະນາການສ້າງໂຄງປະກອບລະບົບທະນາຄານຄືນໃໝ່.