ການໂອ້ລົມສົນທະນາ“ບາງບັນຫາກ່ຽວກັບການພັດທະນາເສດຖະກິດ-ສັງຄົມໄລຍະ5ປີ2016-2020”
ຫົວໜ້າຄະນະເສດຖະກິດສູນກາງ ເວືອງດິ່ງເຮ້ວ ເປັນປະທານການໂອ້ລົມສົນທະນາ
(ພາບ: dantri.com.vn)
(vovworld) – ທີ່ການໂອ້ລົມສົນທະນາທີ່ຈັດຂຶ້ນໃນຕອນເຊົ້າວັນທີ 16/9, ຢູ່ຮ່າໂນ້ຍ, ບັນດາຜູ້ແທນໄດ້ຮັບຟັງການບັນລະຍາຍຂອງ 3 ກຸ່ມຄົ້ນຄ້ວາເອກະລາດກ່ຽວຂ້ອງເຖິງ 2 ບັນຫາ: ທີ່ໜຶ່ງແມ່ນ, ຕີລາຄາ, ຄາດຄະເນເສດຖະກິດໂລກ, ເສດຖະກິດພາກພື້ນ ແລະ ຜົນສະທ້ອນເຖິງ ຫວຽດນາມ ໄລຍະ 2016 – 2020. ທີ່ສອງແມ່ນສະເໜີແຜນການເຕີບໂຕ ແລະ ມາດຕະການຕົ້ນຕໍເພື່ອປະຕິບັດການພັດທະນາເສດຖະກິດ - ສັງຄົມໄລຍະ 2016 – 2020. ບັນດາຜູ້ຊ່ຽວຊານ, ນັກຮຽນຮູ້ປຶກສາຫາລື, ປະກອບຄຳເຫັນຕີລາຄາກ່ຽວກັບການຄາດຄະເນເຕີບໂຕ, ເຕື້ອງເຖິງບັນດາບັນຫາລະອຽດຄື: ປະຕິບັດສຳເລັດລະບອບເສດຖະກິດກຳນົດທິດສັງຄົມນິຍົມ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ກໍ່ສ້າງລະບົບພື້ນຖານໂຄງລ່າງ.... ເມື່ອຕີລາຄາບັນດາບົດລາຍງານທີ່ສະເໜີທີ່ການໂອ້ລົມສົນທະນາ, ນັກຊ່ຽວຊານຫຼາຍທ່ານຖືວ່າ: ບັນດາບົດລາຍງານຂອງບັນດາກຸ່ມນັກຄົ້ນຄ້ວາເອກະລາດຍົກອອກມາທີ່ການໂອ້ລົມສົນທະນາ ມີຫຼາຍການຄົ້ນຄ້ວນມີຄຸນຄ່າ, ມີຄວາມໝາຍສຳຄັນ, ສະໜອງບັນດາຫຼັກຖານເພື່ອສ້າງແຜນການເຕີບໂຕ 2016 – 2020 ມີປະສິດທິຜົນ, ສະໜິດຕິດພັນກັບສະພາບການຕົວຈິງຂອງປະເທດຊາດ, ປະກອບສ່ວນແທດຈິງເຂົ້າໃນການສ້າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ.