ການໂອ້ລົມສົນທະນາວິທະຍາສາດ “ລຸ່ງໂຮ່ ກັບ ຫາຍຟ່ອງ”

(VOVWORLD) -ຫາຍຟ່ອງ ແມ່ນທ້ອງຖິ່ນມີຄວາມເປັນກຽດໄດ້ຕ້ອນຮັບປະທານ ໂຮ່ຈີມິນ ມາຢ້ຽມຢາມ.
ການໂອ້ລົມສົນທະນາວິທະຍາສາດ “ລຸ່ງໂຮ່ ກັບ ຫາຍຟ່ອງ” - ảnh 1ການໂອ້ລົມສົນທະນາວິທະຍາສາດ “ລຸ່ງໂຮ່ ກັບ ຫາຍຟ່ອງ”
(ພາບ: dangcongsan.vn)

ວັນທີ 20 ຕຸລາ, ສະຫະສະມາຄົມວິທະຍາສາດ ແລະ ເຕັກນິກ ຫາຍ ຟ່ອງ ແລະ ສະໂມສອນ ຫາຍຟ່ອງ ໄດ້ຈັດການໂອ້ລົມສົນທະນາວິທະຍາສາດ “ລຸ່ງໂຮ່ ກັບ ຫາຍຟ່ອງ” ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນປະທານ ໂຮ່ຈີມິນ ກັບມາຈາກ ຝລັ່ງ ຜ່ານທ່າກ່ຳປັ່ນ ເບັນເງີ້ (ປະຈຸບັນແມ່ນທ່າກ່ຳປັ່ນ ຮ່ວາງຢ້ຽວ, ຫາຍຟ່ອງ) ແລະ ເປັນຄັ້ງທຳອິດ ເພິ່ນ ມາຢ້ຽມຢາມ ຫາຍຟ່ອງ (20 ຕຸລາ 1946 – 20 ຕຸລາ 2021).

ຫາຍຟ່ອງ ແມ່ນທ້ອງຖິ່ນມີຄວາມເປັນກຽດໄດ້ຕ້ອນຮັບປະທານ ໂຮ່ຈີມິນ ມາຢ້ຽມຢາມ. ຄວາມເອົາໃຈໃສ່ເປັນພິເສດ, ການບອກສອນຢ່າງສຸດຈິດສຸດໃຈຂອງປະທານ ໂຮ່ຈິມິນ ຕໍ່ອົງຄະນະພັກ ແລະ ປະຊາຊົນນະຄອນ ແມ່ນມໍລະດົກອັນລ້ຳຄ່າ, ແມ່ນແສງສະຫວ່າງເຍື່ອງທາງໃຫ້ວິວັດການຕໍ່ສູ້ປົດປ່ອຍ, ສ້າງສາ ແລະ ປົກປັກຮັກສານະຄອນ, ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງເພື່ອໃຫ້ນະຄອນ ຫາຍຟ່ອງ ສືບຕໍ່ພັດທະນາ. ເລື່ອງຈັດການໂອ້ລົມສົນທະນາຈະປະກອບສ່ວນໃຫ້ແກ່ບັນດາການຄົ້ນຄວ້າຂອງນັກວິທະຍາສາດ ເພື່ອໃຫ້ນະຄອນ ສືບຕໍ່ເສີມຂະຫຍາຍບັນດາຄຸນຄ່າອັນໃຫຍ່ຫຼວງຂອງແນວຄິດ ໂຮ່ຈີມິນ ໃນໄລຍະສ້າງສາ ແລະ ພັດທະນານະຄອນຄືໃນປະຈຸບັນ ແລະ ແມ່ນໂອກາດເພື່ອໃຫ້ລຸ້ນໜຸ່ມມີຄວາມເຂົ້າໃຈກ່ຽວກັບ ເພິ່ນ, ເຂົ້າໃຈກ່ຽວກັບນ້ຳໃຈຄວາມຮັກແພງຂອງລຸງ ໂຮ່ ທີີ່ມີຕໍ່ນະຄອນ ຫາຍຟ່ອງ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ