(vovworld) – ວັນທີ 26/5, ການໃຊ້ຄວາມຮຸນແຮງໄດ້ເກີດຂື້ນຢ່າງຕໍ່ເນື່ອງຢູ່ນະຄອນຫຼວງ ແບກແດດ ແລະ ນະຄອນ Mosul, ທາງພາກເໜືອ ອີຣັກ, ເຮັດໃຫ້ຢ່າງໜ້ອຍສຸດມີ 7 ຄົນເສຍຊີວິດ ແລະ 31 ຄົນຮັບບາດເຈັບ. ເຫດການທີ່ໜື່ງເກີດຂື້ນຢູ່ເຮືອນຫຼັງໜຶ່ງໃນເທດສະບານເມືອງ Shora ແຕ່ບໍ່ກໍ່ຄວາມລົ້ມຫາຍຕາຍຈາກ. ເມື່ອກຳລັງປ້ອງກັນຄວາມສະຫງົບ ອີຣັກ ເຂົ້າມາສະຖານທີ່ເກີດເຫດລູກລະເບີດໜ່ວຍທີ່ 2 ກໍ່ລະເບີດຂື້ນເຮັດໃຫ້ 4 ຄົນເສຍຊີວິດ ແລະ 30 ຄົນຮັບບາດເຈັບ. ນະຄອນ Mosul ຫ່າງຈາກນະຕອນຫຼວງ ແບກແດດ ໄປທາງທິດເໜືອປະມານ 400 ກມ, ແມ່ນໜຶ່ງໃນບັນດາເປົ້າໝາຍຂອງການປະທະກັນດ້ານເຊື້ອຊາດຜິວພັນ ແລະ ສາສະໜາຢູ່ປະເທດນີ້. ໃນຂະນະນັ້ນ, ຢູ່ ແບກແດດ ມືປື່ນຄົນໜຶ່ງໄດ້ຍິງໃສ່ກຸ່ມສາມັນຊົນ, ຂ້າຕາຍ 3 ຄົນ ແລະ ເຮັດໃຫ້ໜຶ່ງຄົນຮັບບາດເຈັບ.