ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ Nigeria
(ພາບປະກອບ: AFP)
(vovworld) - ວັນທີ 02/03, ບັນດາມືປືນທີ່ສົງໄສວ່າແມ່ນພວກອິດສະລາມຫົວຮຸນແຮງ Boko Haram ໄດ້ບຸກໂຈມຕີແນໃສ່ບ້ານ Mainok ຢູ່ທິດຕາເວັນອອກສ່ຽງເໜືອ ປະເທດ Nigeria ແລະ ໄດ້ເຂັ່ນຂ້າຊາວບ້ານ 39 ຄົນພວມກະກຽມຈັດພິທີສວດມົນພາວະນາ, ທັງໝູ່ບ້ານກໍ່ຖືກທຳລາຍ. ກ່ອນໜ້ານັ້ນ, ວັນທີ 01/03, ກໍ່ຢູ່ນະຄອນ Maiduguri, ລັດ Borno, ໄດ້ເກີດເຫດວາງລະເປີດ 2 ຄັ້ງ ເຮັດໃຫ້ຢ່າງໜ້ອຍສຸດມີ 25 ຄົນເສຍຊີວິດ. ລັດ Borno ແມ່ນຈຸດຮ້ອນເຮັ່ງຂອງບັນດາການບຸກໂຈມຕີໂດຍພວກທະຫານກະບົດ Boko Haram ປະຕິບັດ. ລັດດັ່ງກ່າວໄດ້ຖືກຕັ້ງໃນສະພາວະສຸກເສີນແຕ່ເດືອນ 05/2013 ເມື່ອທະຫານດຳເນີນບັນດາບັ້ນຮົບກວາດລ້າງພວກທະຫານລຸກຮື້ຂຶ້ນ. ກຸ່ມ Boko Haram ດຳເນີນການລຸກຮື້ຂຶ້ນແຕ່ປີ 2009 ເພື່ອແນໃສ່ສ້າງລັດອິດສລາມ ຢູ່ທາງທິດເໜືອ Nigeria. ກຸ່ມດັ່ງກ່າວໄດ້ຖືກກ່າວຜູກໂທດວ່າ ໄດ້ເຂັ່ນຂ້ານັບພັນຄົນ ໃນການບຸກໂຈມຕີໃຊ້ຄວາມຮຸນແຮງຄັ້ງຕ່າງໆ ແລະ ຖືກອາເມລິກາ ຈັດເຂົ້າບັນຊີລາຍຊື່ພວກກໍ່ການຮ້າຍຕ່າງປະເທດ.