ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ ອີຣັກ ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ
ການວາງລະເບີດລົດໂອໂຕ
(ພາບປະກອບຈາກ: AFP/TTXVN)
(vovworld) - ວັນທີ 12/7, ກະແສຟອງໃຊ້ຄວາມຮຸນແຮງຢູ່ ອີຣັກ ໄດ້ເຮັດໃຫ້ 47 ຄົນເສຍຊີວິດ ແລະ ອີກນັບສິບຄົນຮັບບາດເຈັບ. ການໃນບຸກໂຈມຕີໄດ້ຮັບຖືວ່ານອງເລືອດທີ່ສຸດຊຶ່ງໄດ້ເກີດຂຶ້ນເມື່ອວັນທີ 11/7, ມີຜູ້ວາງລະເບີດສະຫຼະຊີບໄດ້ວາງລະເບີດຢູ່ຮ້ານ ກາເຟທີ່ມີແຂກຄົນໜ້າແໜ້ນ ຮ້ານໜຶ່ງຢູ່ນະຄອນ Kirkik, ໂດຍຫ່າງຈາກນະຄອນຫຼວງ ແບກແດດ ໄປທາງທິດເໜືອ 250 ກມ. ເຮັດໃຫ້ 38 ຄົນເສຍຊີວິດ ແລະ 29 ຄົນຖືກຮັບບາດເຈັບ.
ກ່ອນໜ້ານັ້ນ ກໍ່ໃນວັນດຽວກັນ, ການບຸກໂຈມຕີໂດຍແນໃສ່ກຳລັງປ້ອງກັນຄວາມສະຫງົບ ອີຣັກ ກໍ່ເຮັດໃຫ້ 9 ຄົນເສຍຊີວິດ, ໃນນັ້ນມີເຈົ້າໜ້າທີ່ຕຳຫຼວດຂັ້ນສູງຢູ່ນະຄອນຫຼວງ ແບກແດດ. ຢູ່ນະຄອນ Mosul ທາງພາກເໜືອ ອີຣັກ, ມີຜູ້ວາງລະເບີດດ້ວຍລົດໂອໂຕໄດ້ບຸກໂຈມຕີດ່ານກວດກາ ແຫ່ງໜຶ່ງ, ເຮັດໃຫ້ຕຳຫຼວດ 4 ຄົນເສຍຊີວິດ ແລະ 2 ຄົນຮັບບາດເຈັບ, ໃນຂະນະນັ້ນ, ການວາງລະເບີດ 2 ຄັ້ງອື່ນຢູ່ນະຄອນນີ້ໄດ້ເຮັດໃຫ້ສາມັນຊົນ 1 ຄົນ ແລະ ຕຳຫຼວດ 1 ຄົນ ເສຍຊີວິດ ແລະ 2 ຄົນຮັບບາດເຈັບ. ປະຈຸບັນ, ບໍ່ມີອົງການໃດກ່າວຮັບຜິດຊອບກ່ຽວກັບການບຸກໂຈມຕີຄັ້ງຕ່າງໆດັ່ງກ່າວເທື່ອ, ແຕ່ນີ້ແມ່ນຮູບແບບການບຸກໂຈມຕີໂດຍ Al Qaeda ຢູ່ ອີຣັກ ດຳເນີນເປັນຕົ້ນ.