ການໃຊ້ຄວາມຮຸນແຮງເພີ່ມຂຶ້ນຢູ່ທາງພາກໃຕ້ ອິນເດຍ ພາຍຫຼັງການຕັດສິນຂອງສານກ່ຽວກັບວິຫານສັກສິດ Sabarimala

(VOVWORLD) -ເຂດທາງພາກໃຕ້ ອິນເດຍ ຖືກສັ່ນສະເທື່ອນ ຍ້ອນເກີດເຫດການໂຈມຕີ ວາງເພິງ ແລະ ວາງລູກລະເບີດ

ວັນທີ 05 ມັງກອນ, ເຂດທາງພາກໃຕ້ ອິນເດຍ ຖືກສັ່ນສະເທື່ອນ ຍ້ອນເກີດເຫດການໂຈມຕີ ວາງເພິງ ແລະ ວາງລູກລະເບີດ, ເຊິ່ງໄດ້ຮັບຖືວ່າ ແມ່ນການເຄື່ອນໄຫວຕໍ່ເນື່ອງຈາກບັນດາການເຄື່ອນໄຫວໃຊ້ຄວາມຮຸນແຮງ ພາຍຫຼັງສານປະເທດນີ້ ຍົກເລີກຄໍາສັ່ງຫ້າມແມ່ຍິງເຂົ້າວິຫານ Sabarimala ເຊິ່ງເປັນວິຫານຂອງສາສະໜາ Hindu ຢູ່ລັດ Kerala.

        ຕາມຕໍາຫຼວດ ອິນເດຍ ແລ້ວ, ບັນດາເປົ້າໝາຍທີ່ຍັງບໍ່ທັນຮູ້ຊື່ ໄດ້ຖີ້ມລູກລະເບີີດ ໂດຍປະດິດສ້າງເອງ ໃສ່ເຮືອນຂອງນັກການເມືອງຄົນໜຶ່ງ ທີ່ເປັນສະມາຊິກຂອງພັກຝ່າຍຂວາ Bharatiya Janata (BJP) ແລະ ຈູດໄໝ້ສໍານັກງານຂອງອົງການ Rashtriya Swayamsevak Sangh (RSS) ເຊິ່ງເປັນສໍານັກງານຂອງບຸກຄົນຖືສາສະໜາ Hindu.

        ກ່ອນໜ້ານັ້ນ, ທັງພັກຝ່າຍຂວາ BJP ແລະ RSS ລ້ວນແຕ່ຄັດຄ້ານຄໍາຕັດສິນດັ່ງກ່າວຂອງສານ.

ຕອບກັບ

ຂ່າວ/ບົດ​ອື່ນ