(ພາບປະກອບ)
(vovworld) - ນາຍົກລັດຖະມົນຕີຫວຽດນາມ ຫາກໍເຊັນຂໍ້ຕົກລົງໜູນຊ່ວຍທີ່ມີຈຸດໝາຍຈາກງົບປະມານສູນກາງ ໃຫ້ແກ່ 23 ເມືອງທີ່ມີອັດຕາຄອບຄົວທຸກຍາກສູງ ໄດ້ນຳໃຊ້ກົນໄກ, ນະໂຍບາຍລົງທຶນພື້ນຖານໂຄງລ່າງ. 23 ເມືອງທຸກຍາກເຊິ່ງໄດ້ຮັບການໜູນຊ່ວຍນັ້ນແມ່ນ ແທກອານ (ກາວບັ່ງ), ແລ່ມບິ່ງ (ຕວຽນກວາງ), ບ໋າດຊາດ, ຊາປາ, ວັນບ່ານ (ລາວກາຍ), ບິ່ງຢາ, ດິ່ງເລີມ(ລ້າງເຊີນ), ເມື່ອງຈ່າ, ຕວນຢ໋າວ (ດ້ຽນບຽນ), ດ່າບັ໋ກ, ກິມໂບຍ (ຮ່ວາບິ່ງ), ກຸຍເຈົາ (ເງັ້ອານ), ດົງຢາງ, ນາມຢາງ (ກວາງນາມ), ສົງຮີງ, ດົ່ງຊວນ (ຟຸ໋ອຽນ), ດັ໋ກ ກໄລ, ຊາໄທ, ກອນເຣົຍ (ກອນຕຸມ), ກບາງ, ກອນຈຣໍ, ອີອາປາ (ຢາລາຍ). ແຕ່ລະເມືອງດັ່ງກ່າວໄດ້ຮັບເງິນໜູນຊ່ວຍລົງທຶນພັດທະນາດ້ວຍ 70% ລະດັບສະເລ່ຍຂອງບັນດາເມືອງທຸກຍາກ ຕາມມະຕິຕົກລົງເລກທີ 30a ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະ ໝັ້ນຄົງຈາກງົບປະມານສູນກາງ. ໜູນຊ່ວຍໃນໄລຍະ 5 ປີ ນັບແຕ່ປີ 2013 – 2017. ສະເພາະປີ 2013, ແມ່ນນຳໃຊ້ຈາກງົບປະມານສຳຮອງສູນກາງ ເພື່ອຜັນຂະຫຍາຍປະຕິບັດບາງໂຄງການສຳຄັນ.