ກໍາປັ່ນກອງທັບເຮືອສະຫະພັນລັດເຊຍຢ້ຽມຢາມມິດຕະພາບນະຄອນດ່າໜັ້ງ
ກອງກໍາປັ່ນສັງກັດກອງເຮືອປາຊີຟິກກອງທັບເຮືອສະຫະພັນລັດເຊຍ
ໄດ້ເຂົ້າທຽບທ່າກຳປັ່ນ ຕຽນຊາ
(ພາບ: qdnd.vn)
(vovworld) - ຕອນເຊົ້າວັນທີ 31/07, ກອງກໍາປັ່ນສັງກັດກອງເຮືອປາຊີຟິກ ຂອງກອງທັບເຮືອສະຫະພັນລັດເຊຍ ລວມມີ 3 ລຳແມ່ນ: ກໍາປັ່ນຕ້ານເຮືອດຳນ້ຳ, ກໍາປັ່ນຂົນສົ່ງນ້ຳມັນ ແລະ ກໍາປັ່ນກູ້ຊ່ວຍ - ລາກແກ່ ໄດ້ເຂົ້າທຽບທ່າກຳປັ່ນ ຕຽນຊາ, ເລີ່ມຕົ້ນການຢ້ຽມຢາມມິດຕະພາບນະຄອນດ່າໜັ້ງ ໃນລະຫວ່າງວັນທີ 31/07 – 02/08. ການຢ້ຽມຢາມຄັ້ງນີ້ຂອງກອງກໍາປັ່ນສະຫະພັນລັດເຊຍ ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນປະຊາດ 2 ຝ່າຍລະຫວ່າງກອງທັບ 2 ປະເທດເວົ້າລວມ ແລະ ການຮ່ວມມືລະຫວ່າງກອງທັບເຮືອ 2 ປະເທດເວົ້າສະເພາະ. ໃນໄລຍະຢູ່ຢ້ຽມຢາມມິດຕະພາບດ່າໜັ້ງ, ຄະນະນາຍທະຫານ, ລູກເຮືອ ໂດຍພັນເອກກອງທັບເຮືອ Potapov Aleksandr Valerevich, ຜູ້ບັນຊາການກອງກໍາປັ່ນ ຈະໄປວາງພວງມາລາຢູ່ເຂດອະນຸສາວະລີອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດນະຄອນດ່າໜັ້ງ, ເຂົ້າຢ້ຽມຂໍ່ານັບການນຳຄະນະກຳມະການປະຊາຊົນດ່າໜັ້ງ ແລະ ຢ້ຽມຢາມບັນດາແຂວງໃກ້ຄຽງ.