ກໍ່າປັ່ນລາດຕາເວັນຂອງ ຈີນ ເຂົ້າເຂດໝູ່ເກາະ ທີ່ພວມພິດພາດກັບຍີ່ປຸ່ນ

ກໍ່າປັ່ນລາດຕາເວັນຂອງ ຈີນ ເຂົ້າເຂດໝູ່ເກາະ ທີ່ພວມພິດພາດກັບຍີ່ປຸ່ນ - ảnh 1
(ພາບປະກອບ)

(vovworld) - ກຳລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ​ຍີ່ປຸ່ນ (JCG) ​ໃຫ້​ຮູ້​ວ່າ ວັນ​ທີ 08/12, ກໍ່າ​ປັ່ນ​ລາດ​ຕາ​ເວັນ 3 ລຳ​ຂອງ​ຈີນ ​ໄດ້​ເຂົ້າ​ເຂດ​ນ່ານ​ທະ​ເລ​ຢູ່​ອ້ອມ​ເຂດ​ໝູ່​ເກາະ​ທີ່​ພວມ​ມີ​ການ​ພິພາດ​ກັນ​ໃນ​ທະ​ເລ​ຮວາ​ຕູ​ງ, ​ເຊິ່ງຍີ່ປຸ່ນ​ເອີ້​ນວ່າ Senkaku ​ສ່ວນ​ຈີນ​ເອີ້ນ​ວ່າ ຕຽວອີ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ກໍ່າ​ປັ່ນ​ລາດ​ຕາ​ເວັນ​ຂອງ​ຈີນ ​ໄປ​ເຂົ້າ​ເຂດ​ທະ​ເລ​ທີ່​ພວມ​​ພິພາດ​ກັນ ນັບ​ແຕ່​ເມື່ອ​ປັກ​ກິ​ງ ຖະ​ແຫຼ​ງສ້າງ​ຕັ້ງ​ເຂດ​ປ້ອງ​ກັນ​ອາກາດ (ADIZ) ​ໃນ​ທະ​ເລ​ຮວາ​ຕູ​ງ ​ເມື່ອ​ວັນ​ທີ 23/11 ​ອັນໄດ້​ເຮັດ​ໃຫ້​ຫາງ​ສຽງ​ພາກ​ພື້ນ ​ແລະ ສາກົນຄັດຄ້ານ​ຢ່າງ​ແຮງ, ພິ​ເສດ​ແມ່ນ​ ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ.

        ບັນດາ​ກໍ່າ​ປັ່ນ ​ແລະ ​ເຮືອບິນ​ຂອງ​ຈີນ ​ໄດ້​ເຂົ້າ​ເຂດ​ນ່ານທະ​ເລ ​ແລະ ນ່ານ​ຟ້າ​ຂອງ ຕຽວອີ/ Senkaku ​ຫຼາຍ​ຄັ້ງ ​ເພື່ອ​ແນ​ໃສ່​ຢັ້ງຢືນ​ອະທິປະ​ໄຕ​ທີ່​ມີ​ຕໍ່​ເຂດ​ໝູ່​ເກາະ​ດັ່ງກ່າວ, ພິ​ເສດ​ພາຍຫຼັງ​ລັດຖະບານ​ຍີ່ປຸ່ນ ຫັນ 3 ​ໃນ​ຈຳນວນ 5 ​ເກາະທີ່​ຂຶ້ນ​ກັບ Senkaku/ຕຽວອີ ​ເປັນ​ຂອງ​ລັດ ​ເມື່ອ​ເດືອນ 09/2012.

ຂ່າວ/ບົດ​ອື່ນ