ກາລະໂອກາດທີ່ມີຕໍ່ວິສາຫະກິດເມື່ອຫວຽດນາມແລະອີຢູລົງນາມFTA
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 26/10, ຢູ່ນະຄອນໂຮ່ຈີມິນ, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບທ້ອງການການຄ້າ ເອີຣົບ ປະຈຳ ຫວຽດນາມ (Eurocham) ແລະ ຕາໜ່າງດຳເນີນທຸລະກິດ ອີຢູ - ຫວຽດນາມ (EVBN) ຈັດຕັ້ງກອງປະຊຸມ “ກາລະໂອກາດ ແລະ ສິ່ງທ້າທາຍສຳລັບການດຳເນີນທຸລະກິດ ແລະ ອຳນາດການປົກຄອງທ້ອງຖິ່ນເມື່ອລົງນາມສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ - ອີຢູ”. ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ ເອີຣົບ ແລະ ຫວຽດນາມ ໄດ້ແບ່ງປັນຕີລາຄາ, ພິຈາລະນາກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ປະສິດທິຜົນ ໂດຍ FTA ຫວຽດນາມ - ອີຢູ ນຳມາໃຫ້ ຂະນະທີໄດ້ຮັບການລົງນາມຢ່າງເປັນທາງການ ແລະ ມີຜົນສັກສິດ, ພ້ອມກັນນັ້ນ ກໍ່ນຳສະເໜີບັນດາມາດຕະການລະອຽດ ເພື່ອແນໃສ່ຍົກສູງຄວາມສາມາດ ແລະ ຄວາມຮັບຮູ້ໂດຍກົງຂອງອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດທ້ອງຖິ່ນ, ແມ່ນບັນດາເຈົ້າຂອງມີບົດບາດຕັດສິນການຜັນຂະຫຍາຍເນື້ອໃນ FTA ໃຫ້ສຳເລັດຫຼືບໍ່.