ກ່າວເຕືອນກ່ຽວກັບຜົນຮ້າຍຢ້ອນຫຼັງຂອງເສດຖະກິດ ຈາກກະແສຟອງແຫ່ຂະບວນປະທ້ວງໃຊ້ຄວາມຮຸນແຮງ ຢູ່ ຝລັ່ງ

(VOVWORLD) -ຝລັ່ງບໍ່ແຊກແຊງເຂົ້າພື້ນຖານການເມືອງຂອງ ອາເມລິກາ ແລະ ປາຣີ ກໍ່ປາດຖະໜາວ່າ ວໍຊິງຕັນກໍຈະມີການກະທໍາທີ່ຄ້າຍຄືກັນ

 ທ່ານລັດຖະມົນຕີກະຊວງການເງິນ ຝລັ່ງ  Bruno Le Maire ໄດ້ກ່າວເຕືອນວ່າ ບັນດາເຫດກໍ່ຈະລາຈົນ ບວກກັບບັນດາການແຫ່ຂະບວນປະທ້ວງຂອງຂະບວນການ “ເສື້ອເຫຼືອງ” ໃນທົ່ວປະເທດ ຝລັ່ງ ທີ່ຜ່ານມາ ແມ່ນໄພພິບັດລະດັບຊາດ. ວັນທີ 9 ທັນວາ, ກ່າວຄໍາເຫັນກັບວົງການສື່ມວນຊົນ ເມື່ອລົງກວດກາບັນດາຫ້າງຮ້ານຢູ່ນະຄອນຫຼວງ ປາຣີ ທີ່ຖືກໄພປຸ້ນຈີ້ໃນການຈະລາຈົນກ່ອນນັ້ນໜຶ່ງວັນ, ທ່ານ Bruno Le Maire ຢັ້ງຢືນວ່າ ນີ້ແມ່ນໄພພິບັດດ້ານການຄ້າ ແລະ ເສດຖະກິດຂອງປະເທດຝລັ່ງ.

        ແລະກໍໃນວັນທີ 9 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean Yves Le Drian ໄດ້ກ່າວເຕືອນທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ຄວນແຊກແຊງເຂົ້າພື້ນຖານການເມືອງຂອງຝລັ່ງ ພາຍຫຼັງ ເຈົ້າຂອງທໍານຽບຂາວ ໄດ້ຂຽນໃນສື່ສັງຄົມອອນລາຍ Twitter ກ່ຽວກັບການແຫ່ຂະບວນປະທ້ວງທີ່ພວມເກີດຂຶ້ນຢູ່ ຝລັ່ງ ກໍຄື ການກ່າວໂຈມຕີຂໍ້ຕົກລົງ ປາຣີ ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ. ທ່ານລັດຖະມົນຕີການຕ່າງປະເທດ Jean Yves Le Drian ເນັ້ນໜັກວ່າ ຝລັ່ງບໍ່ແຊກແຊງເຂົ້າພື້ນຖານການເມືອງຂອງ ອາເມລິກາ ແລະ ປາຣີ ກໍ່ປາດຖະໜາວ່າ ວໍຊິງຕັນກໍຈະມີການກະທໍາທີ່ຄ້າຍຄືກັນ.


ຕອບກັບ

ຂ່າວ/ບົດ​ອື່ນ