(VOVWORLD) -ຕໍ່ໜ້າບັນດາການຜັນແປຢ່າງສັບສົນໃນປັດຈຸບັນຢູ່ ຢູແກຼນ, ກົມກົງສູນ - ກະຊວງການຕ່າງປະເທດຫວຽດນາມ ໄດ້ກ່າວເຕືອນພົນລະເມືອງ ຫວຽດນາມ ຈົ່ງຫຼີກລ້ຽງໄປຍັງເຂດທີ່ເກີດການປະທະກັນ ຖ້າບໍ່ມີວຽກຈຳເປັນ, ໃຫ້ຕິດຕາມສະພາບການຢ່າງເປັນປະຈຳ ແລະ ປະຕິບັດບັນດາຄຳກ່າວເຕືອນ, ການແນະນຳ
ພາບປະກອບ: Getty |
ຂອງບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຢູ່ທ້ອງຖິ່ນ ແລະ ສະຖານທູດ ຫວຽດນາມ ປະຈຳ ຢູແກຼນ ຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນ.
ເພື່ອໄດ້ຮັບການໜູນຊ່ວຍໃນກໍລະນີທີ່ຈຳເປັນ, ພົນລະເມືອງຕິດຕໍ່ຕາມເບີໂທລະສັບສາຍດ່ວນ ປົກປ້ອງພົນລະເມືອງ: ສະຖານທູດ ຫວຽດນາມ ປະຈຳ ຢູແກຼນ: +380 63 863 8999, ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ: +799 1682 1617, ສູນປົກປ້ອງພົນລະເມືອງ ຂອງກົມກົງສູນ, ກະຊວງການຕ່າງປະເທດຫວຽດນາມ: +84 981 84 84 84.