ກຳປູເຈຍ ປະກາດຈຳນວນ ບັດເລືອກຕັ້ງຂອງບັນດາ ພັກການເມືອງໃນການ ເລືອກຕັ້ງສະພາແຫ່ງຊາດຊຸດທີ 5

ກຳປູເຈຍ ປະກາດຈຳນວນ ບັດເລືອກຕັ້ງຂອງບັນດາ ພັກການເມືອງໃນການ ເລືອກຕັ້ງສະພາແຫ່ງຊາດຊຸດທີ 5 - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 01 ສິງຫາ, ຄະນະ​ກຳມະການ​ເລືອກ​ຕັ້ງແຫ່ງ​ຊາດ (NEC) ​ໄດ້​ປະກາດ​ຈຳນວນ​ບັດ​ເລືອກ​ຕັ້ງ​ເຊິ່ງບັນດາ​ພັກ​ການ​ເມືອງ ບັນລຸ​ໄດ້​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ຊຸດ​ທີ 5 ​​ເມື່ອ​ວັນ​ທີ 28 ກໍລະກົດ ຜ່ານ​ມາ. ​ເຊິ່ງຕາມ​ນັ້ນ​ແລ້ວ, ​ໄດ້​ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ 6,6 ລ້ານ​ຄົນ ​ເຂົ້າຮ່ວມ​ການ​ປ່ອດ​ບັດ​ເລືອກ​ຕັ້ງ. ໝາກຜົນ​ຂອງ​ການ​ນັບ​ບັດ​​ໃນເບື້ອງ​ຕົ້ນຊີ້​ໃຫ້​ເຫັນ​ວ່າ ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ກຳ​ອຳນາດ ຍາດ​ໄດ້ 3,2 ລ້ານ​ບັດ​ສະໜັບສະໜູນ; ພັກກູ້​ຊາດ​ປະຊາຊົນ​ກຳປູ​ເຈຍ (CNRP) ຝ່າຍ​ຄ້ານ ຍາດ​ໄດ້​ 2,9 ລ້ານ​ບັດ​ເລືອກ​ຕັ້ງ; ພັກ​ຮ່ວມ​ສຳພັນ​ເພື່ອ​ປະຊາທິປະ​ໄຕ​ຍາດ​ໄດ້​ເກືອບ 70.000 ບັດ​ເລືອກ​ຕັ້ງ... ​ເລື່ອງ​ກຳນົດ​ຈຳນວນ​ທີ່​ນັ່ງ​ຢູ່​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5 ຢ່າງ​ເປັນ​ທາງ​ການ ພຽງ​ແຕ່​ໄດ້​ດຳ​ເນີນ​ໄປ​ໂດຍ​ອີ່​ງ​ໃສ່​ໝາກຜົນ​ການ​ນັບ​ບັດ​ສຸດ​ທ້າຍ ພາຍຫຼັງ​ສິ້ນ​ສຸດ​ວິວັດ​ການ​ແກ້​ໄຂ​ບັນດາ​ຄຳ​ຮ້ອງ​ຟ້ອງ ທີ່​ກ່ຽວ​ຂ້ອງ​​ເຖິງ​ການ​ເລືອກ​ຕັ້ງ. ກ່ອນ​ໜ້າ​ນັ້ນ, ຕາມ​ບາງ​ແຫຼ່ງຂ່າວ​ຢູ່ກຳ​ປູ​ເຈຍ, ພັກ CPP ຍາດ​ໄດ້ 68 ​ໃນ​ຈຳນວນ 123 ທີ່​ນັ່ງ​ຢູ່​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5, ພັກ CNRP ຍາດ​ໄດ້​ພຽງ 55 ທີ່​ນັ່ງ. ​ແຕ່​ວ່າ, CNRP ​ໄດ້​ປະຕິ​ເສດ​ໝາກຜົນ​ດັ່ງກ່າວ, ຮຽກຮ້ອງ​ໃຫ້​ສ້າງ​ຕັ້ງຄະນະ​ກຳມະການ​ປະສົມ​​ເພື່ອສືບສວນ​ບັນດາ​ການ​ລະ​ເມີດ​ໃນ​ການ​ເລືອກ​ຕັ້ງ ​ແລະ ນາບ​ຂູ່​ວ່າ ຈະ​ດຳ​ເນີນການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ວັນ​ທີ 04 ສິ່ງ​ຫາ ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ