ກຳປູເຈຍ: ເປີດສະຫຼອງສະຖານີເຄື່ອງສົ່ງວິທະຍຸກະຈາຍສຽງ FM ຢູ່ແຂວງ Prey Veng ໂດຍຫວຽດນາມອຸປະຖຳ

(VOVWORLD) -ວັນທີ 01 ພຶດສະພາ, ກະຊວງຖະແຫຼງຂ່າວກຳປູເຈຍໄດ້ຈັດຕັ້ງພິທີເປີດສະຫຼອງແລະນຳເຂົ້າໃຊ້ງານສະຖານີເຄື່ອງສົ່ງວິທະຍຸກະຈາຍສຽງ FM 97.30 MHZ ຢູ່ແຂວງ Prey Veng, ລາຊະອານາຈັກກຳປູເຈຍ. ໂຄງການນີ້ ໂດຍລັດຖະບານຫວຽດນາມອຸປະຖຳ.
ກຳປູເຈຍ: ເປີດສະຫຼອງສະຖານີເຄື່ອງສົ່ງວິທະຍຸກະຈາຍສຽງ FM  ຢູ່ແຂວງ Prey Veng ໂດຍຫວຽດນາມອຸປະຖຳ - ảnh 1 ບັນດາຜູ້ແທນເຂົ້າຮ່ວມພິທີເປີດສະຫຼອງແລະນຳເຂົ້າໃຊ້ງານສະຖານີເຄື່ອງສົ່ງວິທະຍຸກະຈາຍສຽງ FM 97.30 MHZ ຢູ່ແຂວງ Prey Veng

ໂຄງການ ໂດຍສະຖານີວິທະຍຸກະຈາຍສຽງຫວຽດນາມຮັບຜິດຊອບກໍ່ສ້າງ, ຕິດຕັ້ງ, ມາຮອດປັດຈຸບັນ ບັນດາລາຍການ ແມ່ນໄດ້ປະຕິບັດສຳເລັດ ແລະ ນຳເຂົ້າໃຊ້ງານຢ່າງເປັນທາງການ. ນີ້ແມ່ນຊ່ອງຂໍ້ມູນຂ່າວສານສຳຄັນ ຊ່ວຍປະຊາຊົນທ້ອງຖິ່ນສາມາດອັບເດດຂໍ້ມູນຂ່າວສານ, ຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ເຮັດໃຫ້ຊີວິດການເປັນຢູ່ດ້ານວັດທະນະທຳ ແລະ ຈິດໃຈຂອງປະຊາຊົນໃນແຂວງ Prey Veng ອຸດົມສົມບູນຂຶ້ນຕື່ມ. ພ້ອມທັງ ແມ່ນພາຫະນະ ຊ່ວຍໃຫ້ອຳນາດການປົກຄອງທ້ອງຖິ່ນໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ນະໂຍບາຍ, ກົດໝາຍຢ່າງມີປະສິດທິຜົນ ປະກອບສ່ວນກໍ່ສ້າງລາຊະອານາຈັກກຳປູເຈຍໃຫ້ວັດທະນາຖາວອນ ແລະ ສີວິໄລ.

        ມາຮອດປັດຈຸບັນ, ສະຖານີວິທະຍຸກະຈາຍສຽງຫວຽດນາມໄດ້ສຳເລັດການກໍ່ສ້າງ, ຕິດຕັ້ງ ສະຖານີເຄື່ອງສົ່ງກະຈາຍສຽງ 19 ແຫ່ງ ແລະ ສະຖານີເຄື່ອງສົ່ງໂທລະພາບ 02 ແຫ່ງໃຫ້ບັນດາແຂວງ, ນະຄອນຢູ່ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ