ພະວິຫານ Preah Vihear
ພາບ:internet
|
(vovworld) - ວົງການເຈົ້າຫນ້າທີ່ ກຳປູເຈຍ ແລະ ໄທ ໄດ້ເຫັນດີແກ້ໄຂການພິພາດຢູ່ເຂດຊາຍແດນ ຜ່ານອະນຸສັນຍາ MOU ທີ່ໄດ້ຮັບການລົງນາມເມື່ອປີ 2000 ແລະ ບັນດາຂໍ້ຕົກລົງຂອງສານຍຸຕິທຳສາກົນ (ICJ). ທີ່ການພົບປະແກ່ຍາວຫນຶ່ງຊົ່ວໂມງ ຢູ່ Preah Vihear ໃນວັນທີ 26/2, ທ່ານ Tea Banh ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ ແລະ ຄູ່ຕຳແຫນ່ງໄທ ສຸກັນພົນ ສຸວັນນະທັບ ໄດ້ເຫັນດີອະນຸຍາດໃຫ້ຄະນະກຳມະການປະສົມທີ່ໄດ້ສ້າງຕັ້ງມາແລ້ວຂອງສອງຝ່າຍ ດຳເນີນການເກັບກູ້ລູກລະເບີດ ແລະ ວັດແທກລຽບຕາມເຂດທີ່ເກີດການພິພາດໃກ້ກັບພະວິຫານ Preah Vihear ຢູ່ເຂດຊາຍແດນສອງປະເທດ. ຝ່າຍໄທ ກໍເຫັນດີຈະແຈ້ງໃຫ້ຝ່າຍກຳປູເຈຍ ຊາບ ຈຸດເວລາຖອນທະຫານອອກຈາກເຂດປອດການທະຫານຢູ່ Preah Vihear ພ້ອມທັງ ສະເຫນີຝ່າຍກຳປູເຈຍ ຕ້ອງມີມາດຕະການສະກັດກັ້ນສະພາບປະຊາຊົນຂ້າມຊາຍແດນໄປຂຸດຄົ້ນໄມ້ເຖື່ອນ ກໍຄືຮັກສາຫລັກໝາຍຊາຍແດນເລກ 43 ແລະ 46 ຢູ່ແຂວງ Banteay Meanchey.