(ການບູລະນະປະຕິສັງຂອນອະນຸສາວະລີ
ທະຫານອາສາສະໝັກຫວຽດນາມ)
(vovworld) - ຕອນເຊົ້າວັນທີ 21/01 ຢູ່ໃຈກາງແຂວງ Kampong Chhnang, ຫ່າງຈາກນະຄອນຫລວງ ພະນົມເປັນ ຂອງ ກຳປູເຈຍ ປະມານ 100 ກມ, ກະຊວງພິທີການ ແລະ ສາສະໜາ ກຳປູເຈຍ, ອຳນາດການປົກຄອງແຂວງ Kampong Chhnang ພ້ອມກັບອົງການທີ່ປຶກສາດ້ານການທະຫານ ຫວຽດນາມ ປະຈຳ ກຳປູເຈຍ ໄດ້ດຳເນີນການບູລະນະປະຕິສັງຂອນອະນຸສາວະລີທະຫານອາສາສະໝັກ ຫວຽດນາມ ແລະ ອະນຸສາວະລີເອກະລາດຢູ່ແຂວງ Kampong Chhnang. ກ່າວຄຳເຫັນທີ່ພິທີ, ທ່ານ Chhu Chan Deon ເຈົ້າແຂວງ, ປະທານແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ແຂວງ Kampong Chhnang ຢືນຢັນຄວາມໝາຍອັນໃຫຍ່ຫລວງຂອງວັນທີ 7 ມັງກອນ (7/1/1979) ຄືນໃໝ່, ເຊິ່ງແມ່ນວັນທີ່ກອງທັບ ແລະ ປະຊາຊົນ ກຳປູເຈຍ ດ້ວຍການຊ່ວຍເຫຼືອສຸດຈິດສຸດໃຈ ແລະ ທັນການຂອງທະຫານອາສາສະໝັກ ຫວຽດນາມ ໄດ້ລຸກຂຶ້ນໂຄ່ນລົ້ມລະບອບດັບສູນເຊື້ອຊາດ ຂະແມແດງ, ເພື່ອ ໃຫ້ປະເທດກຳປູເຈຍ ຟື້ນຕົວ ແລະ ພັດທະນາຄືທຸກວັນນີ້. ຕາມທ່ານ Chhu Chan Deon ແລ້ວ, ເລື່ອງບູລະນະປະຕິສັງຂອນອະນຸສາວະລີທະຫານອາສາສະໝັກ ຫວຽດນາມ ຢູ່ແຂວງ Kampong Chhnang ແມ່ນເໝາະສົມກັບຄວາມໝາຍ ເປັນສັນຍາລັກແຫ່ງຄວາມສາມັກຄີມິດຕະພາບລະຫວ່າງ ກຳປູເຈຍ ແລະ ຫວຽດນາມ.