ກຳປູເຈຍປະກາດຮ່າງກົດໝາຍວ່າດ້ວຍການເລືອກຕັ້ງສະບັບໃໝ່

ກຳປູເຈຍປະກາດຮ່າງກົດໝາຍວ່າດ້ວຍການເລືອກຕັ້ງສະບັບໃໝ່ - ảnh 1
ການ​ເຈ​ລະ​ຈາ​ລັບ​ລະ​ຫວ່າງພັກ CPP ແລະ ພັກ CNRP ເມື່ອ​ເດືອນ 6/2014
(ພາບ: Chí Hùng/TTXVN)

(vovworld) - ​​ວັນ​ທີ 9/3, ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ (CPP) ກຳ​ອຳ​ນາດ ແລະ ພັກ​ກູ້​ຊາດ ກຳ​ປູ​ເຈຍ (CNRP) ຝ່າຍ​ຄ້ານ​ໄດ້​ປະ​ກາດ​ເນື້ອ​ໃນ​ຂອງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ແລະ ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ (NEC), ກ່ອນ​ທີ່​ເອ​ກະ​ສານ 2 ສະ​ບັບ​ນີ້​ໄດ້​ຍືນ​ສະ​ເໜີ​ຕໍ່​ສະ​ພ​າ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ. ຮ່າງ​ກົດ​ໝາຍ 2 ສະ​ບັບ​ດັ່ງ​ກ່າວ​ໂດຍ​ບັນ​ດາ​ນັກ​ຊ່ຽວ​ຊານ​ຂອງ CPP ແລະ CNRP ຮຽ​ບ​ຮຽງ​ພາຍຫຼັງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hunsen ແລະ ທ່ານ​ປະ​ທານ CNRP Sam Rainsy ບັນ​ລຸ​ໄດ້​ໃນ​ຂໍ້​ຕົກ​ລົງ​ເມື່ອ​ເດືອນ 7/2014, ຕາມ​ນັ້ນ​ແລ້ວ​ຢຸດ​ຕິ​ການ​ຄັດ​ຄ້ານ​ສະ​ພາ​ແຫ່ງ​ຊາດ​ເປັນ​ເວ​ລາ 10 ເດືອນ​ຂອງ​ຝ່າຍ​ຄ້ານ. ບັນ​ດາ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ໃຫ້​ການ​ເລືອກ​ຕັ້ງ​ຄັ້ງ​ຕ່າງໆ​ຖືກ​ດຳ​ເນີນ​ໄປ​ຢ່າງ​ເສ​ລີ ແລະ ຍຸ​ຕິ​ທຳ, ພ້ອມ​ທັງ​ສະ​ກັດ​ກັ້ນ​ສະ​ພາບ​ການບໍ່​ມີ​ທາງ​ອອກ​ພາຍຫຼັງ​ການ​ເລືອກ​ຕັ້ງ​ໃນ​ອະ​ນາ​ຄົດ.


ຂ່າວ/ບົດ​ອື່ນ