ກຳປູເຈຍສະເຫຼີມສະຫຼອງ60ປີວັນປະກາດເອກະລາດ
ສະຖານທູດ ກຳປູເຈຍ ປະຈຳ ຫວຽດນາມ ກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະກາດເອກະລາດຂອງ ກຳປູເຈຍ
(ພາບ: VGP/Lê Sơn)
(vovworld) – ຕອນເຊົ້າວັນທີ 6/11, ຢູ່ອະນຸສາວະລີເອກະລາດ ແລະ ພະລາດຊະວັງຢູ່ນະຄອນຫຼວງພະນົມເປັນ, ພະບາດສົມເດັດພະເຈົ້າມະຫາຊີວິດ ກຳປູເຈຍ ແລະ ປະຊາຊົນກຳປູເຈຍນັບໝື່ນຄົນໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 60 ປີແຫ່ງວັນປະກາດເອກະລາດຂອງ ກຳປູເຈຍ. ທີ່ພິທີໂຮມຊຸມນຸມມິດຕິງຕໍ່ໜ້າພະລາດຊະວັງ, ພະບາດສົມເດັດພະເຈົ້າມະຫາຊີວິດ ກຳປູເຈຍ Norodom Sihamoni ໄດ້ທົບທວນຄືນໄລຍະທາງຍາດໄດ້ເອກະລາດຂອງປະເທດຊາດພາຍໃຕ້ການນຳພາຂອງອະດີດພະບາດສົມເດັດພະເຈົ້າມະຫາຊີວິດ Norodom Sihanouk. ທົບທວນຄືນໄລຍະທາງ 60 ປີ, ພະບາດສົມເດັດພະເຈົ້າມະຫາຊີວິດ Norodom Sihamoni ຖືວ່າ: ປະເທດຊາດ ແລະ ປະຊາຊົນ ກຳປູເຈຍ ໄດ້ເປັນສັກຂີພິຍານບັນດາການປ່ຽນໃໝ່ທີ່ໜ້າເອກອ້າງທະນົງໃຈ.
ດ້ວຍແນວທາງປອງດອງຊາດ, ລັດຖະບານແຫ່ງ ລາຊະອານາຈັກ ກຳປູເຈຍ ພາຍໃຕ້ການເປັນປະທານຂອງພັກປະຊາຊົນ ກຳປູເຈຍ (CPP)ແລະ ນາຍົກລັດຖະມົນຕີ Hun Sen ໄດ້ວາງອອກນະໂຍບາຍຢ່າງຖືກຕ້ອງນຳມາເຊິ່ງສັນຕິພາບ, ສະຖຽນລະພາບທາງດ້ານການເມືອງ, ຄວາມສາມັກຄີ, ເຫັນປະເທດເປັນເອກະພາບ.
ຕອນຄຳ່ວັນທີ 8/11, ຢູ່ຮ່າໂນ້ຍ, ສະຖານທູດ ກຳປູເຈຍ ປະຈຳ ຫວຽດນາມ ກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະກາດເອກະລາດຂອງ ກຳປູເຈຍ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:
“ລັດຖະບານ ແລະ ປະຊາຊົນ ຫວຽດນາມ ເຊື່ອໝັ້ນຢ່າງແນ່ວແນວ່າ: ພາຍໃຕ້ການນຳພາຂອງພະບາດສົມເດັດພະເຈົ້າມະຫາຊີວິດ Norodom Sihamoni ແລະ ດ້ວຍຈິດໃຈປອງດອງຊາດ, ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ຈະສືບຕໍ່ບັນລຸໄດ້ບັນດາຜົນງານທີ່ຍິ່ງໃຫຍ່ກ່ວາອີກ. ບົນເສັ້ນທາງສ້າງສາປະເທດກຳປູເຈຍ ສັນຕິພາບ, ວັດທະນາຖາວອນ, ສະຖຽນລະພາບ, ເປັນກາງ ມີການພົວພັນມິດຕະພາບກັບທຸກໆປະເທດໃນໂລກ.”