ກຳປູເຈຍສ້າງຕັ້ງ3ຄະນະກຳມະການແກ້ໄຂບັນຫາຊາຍແດນກັບປະເທດບ້ານໃກ້ເຮືອນຄຽງ

ກຳປູເຈຍສ້າງຕັ້ງ3ຄະນະກຳມະການແກ້ໄຂບັນຫາຊາຍແດນກັບປະເທດບ້ານໃກ້ເຮືອນຄຽງ - ảnh 1
ທ່ານ​ນາ​ຍົກ​ລັກ​ຖະ​ມົນ​ຕີກຳ​ປູ​ເຈຍ Hun Sen
(ພາບ: THX/TTXVN)

(vovworld) -​ ​ທ່ານ​ນາ​ຍົກ​ລັກ​ຖະ​ມົນ​ຕີກຳ​ປູ​ເຈຍ Hun Sen ຕົກ​ລົງໄດ້​ສ້າງ​ຕັ້ງ 3 ຄະ​ນະ​ກຳ​ມະ​ການ​ຂີດເສັ້ນຊາຍ​ແດ​ນ, ​ປັ​ກ​ຫຼັກ​ໝາຍ​ຊາຍ​ແດນ​ທາງ​ບົກ​ ກັບບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ຂໍ້​ຕ​ົກ​ລົງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ວັນ​ທີ 17/12 ຂອງ​ທ່ານ​ນາ​ຍົກ​ລັກ​ຖະ​ມົນ​ຕີ Hun Sen ຢັ້ງ​ຢືນ ຄະ​ນະກຳ​ມະ​ການ​ຂີດເສັ້ນຊາຍ​ແດ​ນ, ​ປັ​ກ​ຫຼັກ​ໝາຍ​ຊາຍ​ແດນ​ທາງ​ບົກ​ກຳ​ປູ​ເຈຍ - ຫວຽດ​ນາມ ລວມ​ມີ​ສະ​ມາ​ຊິກ 33 ຄົນ, ໂດຍ​ທ່ານ Van Kim Hong,  ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ຂີດ​ເສັ້ນ​ຊາຍ​ແດນແຫ່ງ​ຊາດ​​ກຳ​ປູ​ເຈຍ ເປັນ​ປ​ະ​ທານ. ເຈົ້າ​ແຂວງ​ບັນ​ດາ​ແຂວງ​ລຽບ​ຕາມ​ຊາຍ​ແດນ​ກັບ​ຫວຽດ​ນາມ ແລະ ບັນ​ດາ​ຜູ້​ບັນ​ຊາ​ການ​ເຂດ​ທະ​ຫານ​ຕິດ​ກັບ​ຊາຍ​ແດນ​ຫວຽດ​ນາມ ພ້ອມ​ກັ​ນ​ເຂົ້າ​ຮ່ວມ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ດ້ວຍ​ຖາ​​ນະ​ເປັນ​ສະ​ມາ​ຊິກ. ກຳ​ປູ​ເຈຍ ກ​ໍ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຂີດ​ເສັ້ນຊາຍ​ແດ​ນ, ​ປັ​ກ​ຫຼັກ​ໝາຍ​ຊາຍ​ແດນ​ທາງ​ບົກ ກັບ​ໄທ ແລະ ລາວ. ບັນ​ດາ​ຄະ​ນະ​ກຳ​ມະ​ການນີ້​ຮັບ​ໜ້າ​ທີ່​ພິ​ຈາ​ລະ​ນາ, ຄົ້ນ​ຄວ້າ, ເຈ​ລະ​ຈາ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ຂີດ​ເສັ້ນ​​ຊາຍ​ແດ​ນ, ປັ​ກ​ຫຼັກ​ໝາຍ​ຊາຍ​ແດນ​ທາງ​ບົກລະ​ຫວ່າງ​ກຳ​ປູ​ເຈຍ ກັບ​ຫວຽດ​ນາມ, ໄທ ແລະ ລ​າ​ວ.

ຂ່າວ/ບົດ​ອື່ນ