ກຳປູເຈຍເຊື່ອໝັ້ນຕໍ່ການພັດທະນາຂອງຫວຽດນາມ
(ພາບປະກອບ: ndh.vn)
(vovworld) – ເນື່ອງໃນໂອກາດ ຫວຽດນາມ ສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975-30/4/2015), ທ່ານປະທານພັກປະຊາຊົນກຳປູເຈຍ Chea Sim ໄດ້ສົ່ງໂທລະເລກເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງ. ໂທລະເລກມີເນື້ອໃນວ່າ: ພັກປະຊາຊົນກຳປູເຈຍ ອວຍພອນບັນດາໄຊຊະນະ ເຊິ່ງປະຊາຊົນ ຫວຽດນາມ ຍາດມາໄດ້ ແລະ ເຊື່ອໝັ້ນວ່າ ປະຊາຊົນຫວຽດນາມ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ, ສືບຕໍ່ຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງກ່ວາອີກໃນວິວັດທະນາການພັດທະນາປະເທດຊາດ ແລະ ອວຍພອນນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງ 2 ພັກ ແລະ ປະຊາຊົນ 2 ປະເທດໃຫ້ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ.