ກຳປູເຈຍເພີ່ມທະວີການຄວບຄຸມຂໍ້ມູນຂ່າວສານທາງອິນເຕີແນັດກ່ອນດຳເນີນການເລືອກຕັ້ງ

(VOVWORLD) -ກຳປູເຈຍ ຈະຕິດຕາມ ແລະ ຄວບຄຸມບັນດາຂໍ້ມູນຂ່າວສານແນໃສ່ກໍ່ຄວາມຂາດສະຖຽນລະພາບທີ່ໄດ້ລົງທາງອີນເຕີແນັດ ກ່ອນດຳເນີນການເລືອກຕັ້ງທົ່ວປະເທດ ເຊິ່ງຈະດຳເນີນໃນເດືອນ ກໍລະກົດ ຢູ່ປະເທດນີ້.

ໃນແຈ້ງການວັນທີ 04 ມິຖຸນາ, ລັດຖະບານກຳປູເຈຍ ໃຫ້ຮູ້ວ່າ, ອົງການທີ່ມີໜ້າທີ່ຈະ “ຄວບຄຸມບັນດາເນື້ອໃນຂໍ້ມູນຂ່າວສານ, ບົດຂຽນ, ເທບສຽງ, ພາບຖ່າຍ, ວີດີໂອ ພ້ອມກັບບັນດາຮູບແບບເນື້ອໃນອື່ນໆ ມີຈຸດປະສົງກໍ່ຄວາມຂາດສະຖຽນລະພາບ”. ນອກຈາກນັ້ນ, ເຈົ້າໜ້າທີ່ກໍ່ຈະຮຽກຮ້ອງບັນດານັກສະໜອງການບໍລິການອິນເຕີແນັດ ມີຊອບແວ ແລະ ເຄື່ອງຈັກເພື່ອຄັດເລືອກ ຫຼື ສະກັດກັ້ນບັນດາແວັບໄຊ, ທີ່ຢູ່ທາງເຄືອຂ່າຍອີນເຕີແນັດ ແລະ ສື່ສັງຄົມ “ອອນລາຍໂຄສະນາຢ່າງຜິດກົດໝາຍ”.

      ໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ 6, ຄາດວ່າຈະດຳເນີນໃນວັນທີ 29 ກໍລະກົດ ຈະມາເຖິງ, ຜູ້ມີສິດເລືອກຕັ້ງກຳປູເຈຍ ຈະໄປປ່ອນບັດເລືອກຕັ້ງສະມາຊິກລັດຖະສະພາ 125 ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ